ທູດພິເສດຂອງ ສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ໄປຍັງ ຊີຣີ

ທູດພິເສດຂອງ ສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ໄປຍັງ ຊີຣີ - ảnh 1
ທ່ານ Kofi Annan
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 28/5, ທູດ​ພິ​ເສດ​ລວມກ່ຽວ​ກັບ ຊີຣີ ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ ອາຣັບ ທ່ານ Kofi Annan ​ໄດ້​ໄປ​ຍັງນະຄອນຫຼວງ ດາ​ມາດ ​ເພື່ອ​ປຶກສາ​ຫາລື ກັບ​ທ່ານ​ປະທານາທິບໍດີ Bashar Al Assad ກ່ຽວ​ກັບ​ມາດ​ຕະການ​ໃຫ້​ແກ່ ຊີຣີ ​ໃນ​ປະຈຸ​ບັນ. ​ໂຄສົກ​ຂອງ​ທ່ານ Annan ​ໃຫ້​ຮູ້​ວ່າ: ທ່ານ Annan ກໍ​ຈະ​ພົບ​ປະ​ກັບ​​ບັນດາຜູ້ຕາງໜ້າ​ຝ່າຍ​ຄ້ານ ​ແລະ ສັງ​ຄົມ​ພົນລະ​ເຮືອນ ຢູ່​ປະ​ເທດ​ນີ້, ​ເພື່ອ​ແນ​ໃສ່​ເກ້​ຍກ່ອມບັນດາ​ຝ່າຍ​ກັບ​ຄືນ​ສູ່​ການ​​​​ໂອ້​ລົມ​ສົນທະນາ ​ແລະ ​​ເຈລະຈາ.​ນອກ​ຈາກ​ນັ້ນ, ທ່ານ Annan ຈະ​ຕີ​ລາຄາ​ເລື່ອງ​ປະຕິບັດ​ການ​ຕິດຕາມ​ກວດກາ​ສັນຕິພາບ ຢູ່​ຊີຣີ ຂອງ​ຄະນະ​ຜູ້​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ ​ໂດຍ​ນາຍ​ພົນ Robert Mood ​ເປັນ​ຜູ້​ບັນຊາ.

​ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງກິດ William Hague, ປະຈຸ​ບັນ​ພວມ​ຢູ່​ຢ້ຽມ​ຢາມ ລັດ​ເຊຍ ​ໄດ້​ມີ​ການ​ປຶກສາ​ຫາລື​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ປະ​ເທດ​ເຈົ້າພາບ ທ່ານ Sergei Lavrov ກ່ຽວ​ກັບ​ສະພາບ​ການ​ຢູ່​ ຊີຣີ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ຢູ່​ນະຄອນຫຼວງ ມົດ​ສະ​ກູ,  ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ William Hague ຮຽກຮ້ອງ​ໃຫ້ ລັດ​ເຊຍ ກໍ​ຄວາມ​ກົດ​ດັນ​ບັງຄັບ​ລັດຖະບານ ຊີຣີ ຢຸດຕິ​ທຸກໆ​ການ​ເຄື່ອນ​ໄຫວ​​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ປະຕິບັດ​ແຜນການ​ສັນຕິພາບ​ໂດຍ ທູດ​ພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະ​ພັນ ອາຣັບ ທ່ານ Annan ຍົກ​ອອກ​ມາ. ສ່ວນ​ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ ລັດ​ເຊຍ Lavrov ​ໄດ້​​ຢ້ຳ​ຄືນ​ຫຼັກ​ໝັ້ນ​ຂອງ​ລັດ​ເຊຍ​ທີ່​ວ່າ: ສະຫະ​ປະຊາ​ຊາດ ຄວນ​ສືບສວນ​ເຫດການ​​ເຂັ່ນຂ້າ​ທີ່​ຜ່ານ​ມາ​ຢູ່ ຊີຣີ ​ໂດຍ​ໄວ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ທັງ​ລັດຖະບານ ​ແລະ ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້ ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ