ທັດສະນະຂອງຈີນ ກ່ຽວກັບບັນຫານິວເຄຼຍຂອງ ອີຣານ

ທັດສະນະຂອງຈີນ ກ່ຽວກັບບັນຫານິວເຄຼຍຂອງ ອີຣານ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ ຫຼຽວ​ອວຍ​ໝິນ
(ພາບ: ອີນເຕີເນັດ)

(vovworld) – ​​ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​​ສາມັນ​ເມື​່ອວັນ​ທີ 3/5, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ ຫຼຽວ​ອວຍ​ໝິນ ​ໃຫ້​ຮູ້​ວ່າ: ຈີນ​ຫວັງ​ວ່າ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈະ​ມີ​ຄວາມ​ມານະ​ພະຍາຍາມ​ກ່ວາ​ອີກໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ ອີຣານ ດ້ວຍ​ການ​ເຈລະຈາ​ໂດຍ​ສັນຕິ​. ທ່ານ ຫຼຽວ​ອວຍ​ໝິນ​ ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ນີ້ ​ເມື່ອ​ແນະນຳ​ກ່ຽວ​ກັບບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຢ້ຽມຢາມ​ຈີນ ຂອງ​ທ່ານ Bagheri, ຮອງ​ເລຂາ​ສະພາ​​ຄວາມ​ໝັ້ນຄົງ​ສູງ​ສຸດ ອີຣານ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ Bagheri ດຳ​ເນີນ​ການ​ເຈ​ລະ​ຈາ ກັບ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ທ່ານ ​ໝາຈາວ​ຊູ, 2 ຝ່າຍ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ອີຣານ ກໍ​ຄື​ສະພາບ​ການ​ສາກົນ, ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຝ່າຍ​ຈີນ​ຖື​ວ່າ: ການ​ສົນທະນາ​ເຈລະຈາ ​ແມ່ນ​ມາດ​ຕະການ​ຖືກຕ້ອງ ​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍຂອງ ອີຣານ. ຈີນ​ຫວັງ​ວ່າ: ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈະຕັ້ງໜ້າ​ຮ່ວມ​ມື​ບົນພື້ນຖານ​ຄວາມ​ຮັບ​ຮູ້​ລວມທີ່​ບັນລຸ​ໄດ້ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ນິ​ວ​ເຄຼຍຂອງ ອີຣານ ​ໂດຍ​ສັນຕິວິທີ. ຝ່າຍ​ຈີນ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ສ້າງສັນຂອງ​ຕົນ​ໃນ​ບັນຫາ​ນີ້.

ຂ່າວ/ບົດ​ອື່ນ