ທຶນ FDI ລົງທຶນເຂົ້າ ຫວຽດນາມ ໃນ 10 ເດືອນຂອງປີ 2023 ເພີ່ມຂຶ້ນ 54% ເມື່ອທຽບໃສ່ໄລຍະດຽວກັນ

(VOVWORLD) - ໄລ່ຮອດວັນທີ 20 ຕຸລາ, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນໃໝ່, ດັດປັບ ແລະ ປະກອບຊື້ຫຸ້ນ, ຊື້ທຶນເຂົ້າ ຫວຽດນາມ ບັນລຸກວ່າ 25,76% ຕື້ USD
ທຶນ FDI ລົງທຶນເຂົ້າ ຫວຽດນາມ ໃນ 10 ເດືອນຂອງປີ 2023 ເພີ່ມຂຶ້ນ 54% ເມື່ອທຽບໃສ່ໄລຍະດຽວກັນ - ảnh 1(ພາບປະກອບ: TTXVN)

ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ, ໄລ່ຮອດວັນທີ 20 ຕຸລາ, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນໃໝ່, ດັດປັບ ແລະ ປະກອບຊື້ຫຸ້ນ, ຊື້ທຶນເຂົ້າ ຫວຽດນາມ ບັນລຸກວ່າ 25,76% ຕື້ USD, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ໄລຍະດຽວກັນ. ໃນນັ້ນ, ມີກວ່າ 2.600 ໂຄງການໃໝ່ໄດ້ຮັບໃບທະບຽນການລົງທຶນໃໝ່, ເພີ່ມຂຶ້ນກວ່າ 66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ໄລ່ຕາມຂະແໜງ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນ 18/21 ຂະແໜງເສດຖະກິດແຫ່ງຊາດ; ໃນນັ້ນ, ນຳໜ້າຍອດເງິນລົງທຶນແມ່ນຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດ. ຖັດຈາກນັ້ນແມ່ນບັນດາຂະແໜງ: ອະສັງຫາລິມະຊັບ; ການເງິນທະນາຄານ, ການຂາຍສົ່ງ - ຂາຍຍ່ອຍ… ຕາມລຳດັບ.

ໄລ່ຕາມຄູ່ຮ່ວມມືລົງທຶນ, ໃນ 10 ເດືອນຂອງປີ 2023, ມີ 108 ປະເທດ ແລະ ເຂດແຄ້ວນມີການລົງທຶນຢູ່ ຫວຽດນາມ. ໃນນັ້ນ, ສິງກະໂປ ນຳໜ້າກ່ຽວກັບຍອດຈຳນວນເງິນລົງທຶນ, ດ້ວຍ 4,65 ຕື້ USD. ສ.ເກົາຫຼີ ຢືນອັນດັບທີ 2; ຮົ່ງກົງ (ຈີນ) ຢືນອັນດັບທີ 3; ຖັດມາແມ່ນ ຈີນ, ຍີ່ປຸ່ນ, ໄຕຫວັນ (ຈີນ)…

ໄລ່ຕາມເຂດລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນຢູ່ 55 ແຂວງ, ນະຄອນ. ແຂວງ ກວາງນິງ ໄດ້ນຳໜ້າກ່ຽວກັບການດຶງດູດເງິນລົງທຶນ, ຫາຍຟ່ອງ ຢືນອັນດັບທີ 2, ຖັດມາແມ່ນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ບັກຢາງ…

ຕອບກັບ

ຂ່າວ/ບົດ​ອື່ນ