ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ກ່າວປະນາມການກະທໍາຂອງ ຈີນ ຢູ່ທະເລຕາເວັນອອກ

(VOVWORLD) -ທ່ານ John Bolton  ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໄດ້ກ່າວປະນາມຈີນວ່າ ໄດ້ນໍາໃຊ້ “ຍຸດທະວີທີເພື່ອຂົ່ມເຫັງເຕັງເຕັກ” ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທະເລ ຕາເວັນອອກ. 
ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ກ່າວປະນາມການກະທໍາຂອງ ຈີນ ຢູ່ທະເລຕາເວັນອອກ  - ảnh 1 ທ່ານ John Bolton  ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ 

 ໃນຖະແຫຼງການສະບັບໜຶ່ງທີ່ເອົາລົງໃນສື່ສັງຄົມອອນລາຍ Twitter ໃນວັນທີ 20 ສິງຫາ, ທ່ານ John Bolton  ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໄດ້ກ່າວປະນາມຈີນວ່າ ໄດ້ນໍາໃຊ້ “ຍຸດທະວີທີເພື່ອຂົ່ມເຫັງເຕັງເຕັກ” ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ທະເລ ຕາເວັນອອກ. ທ່ານ John Bolton  ຊີ້ແຈ້ງວ່າ: “ເລື່ອງ ຫວ່າງມໍ່ໆມານີ້ ຈີນໄດ້ເພີ່ມທະວີການກະທໍາເພື່ອແນໃສ່ນາບຂູ່ບັນດາປະເທດອື່ນບໍ່ໃຫ້ຂຸດຄົ້ນບັນດາແຫຼ່ງຊັບພະຍາກອນຢູ່ທະເລຕາເວັນອອກ ພວມກໍ່ຄວາມວິຕົກກັງວົນ”. ທ່ານເນັ້ນໜັກວ່າ ອາເມລິກາ ສະໜັບສະໜູນບັນດາປະເທດຄັດຄ້ານບັນດາການກະທໍາຂອງຈີນ ແລະ “ຍຸດທະວິທີຂົ່ມເຫັງເຕັງເຕັກ” ທີ່ນາບຂູ່ເຖິງຄວາມໝັ້ນຄົງ ແລະ ສັນຕິພາບຂອງພາກພື້ນຢ່າງແຮງ.

        ກ່ອນໜ້ານັ້ນ, ທ່ານ Morgan Ortagus ໂຄສົກກະຊວງການຕ່າງປະເທດຂອງ ອາເມລິກາ ເນັ້ນໜັກຕໍ່ ເລື່ອງ ຈີນ ດໍາເນີນການປັບປຸງ ແລະ ຫັນເປັນການທະຫານບັນດາຄ້າຍ ຢູ່ທະເລຕາເວັນອອກ, ພ້ອມກັບບັນດາການກະທໍາອື່ນໆ ເພື່ອແນໃສ່ຢັ້ງຢືນບັນດາຄວາມຮຽກຮ້ອງຢ່າງຜິດກົດໝາຍຂອງປັກກິ່ງ ຢູ່ເຂດທະເລນີ້. ບັນດາການກະທໍາດັ່ງກ່າວ ພວມແຊກແຊງເຂົ້າໃນການສໍາຫຼວດ ແລະ ຜະລິດນໍ້າມັນບໍ່ ກໍຄື ເຊື້ອເພີງ ເຊິ່ງບັນດາປະເທດໄດ້ດໍາເນີນມາແຕ່ດົນນານ, ພິເສດແມ່ນຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ