ທີ່ປຶກສາທໍານຽບຂາວ ກ່າວເຕືອນຈີນ: ອາເມລິກາອາດຈະໂຕ້ຕອບດ້ານການຄ້າ

(VOVWORLD) -ວັນທີ 03 ສິງຫາ, ທີ່ປຶກສາດ້ານເສດຖະກິດຂັ້ນສູງຂອງທໍານຽບຂາວ ໄດ້ກ່າວເຕືອນຈີນ ກ່ຽວກັບຄວາມສາມາດໃນການໂຕ້ຕອບຂອງອາເມລິກາ ພາຍຫຼັງປັກກິ່ງໄດ້ແຈ້ງແຜນການຈັດວາງອັດຕາພາສີຂຶ້ນເຖິງ 25% ສໍາລັບສິນຄ້ານໍາເຂົ້າຈາກອາເມລິກາ ເຊິ່ງມີມຸນຄ່າ 60 ຕື້ USD. 

ທີ່ປຶກສາທໍານຽບຂາວ ກ່າວເຕືອນຈີນ: ອາເມລິກາອາດຈະໂຕ້ຕອບດ້ານການຄ້າ - ảnh 1

ການປຸງແຕ່ງສິນໃນນໍ້າສົ່ງອອກຢູ່ໂຮງງານແຫ່ງໜຶ່ງຂອງຈີນ 

(ພາບ:AFP/TTXVN)

ກ່າວຄໍາເຫັນໃນຊ່ອງໂທລະພາບ Bloomberg, ທ່ານ Larry Kudlow ຊີ້ແຈ້ງວ່າ ຈີນ “ບໍ່ຄວນຖືເບົ່າການຕັດສິນຂອງທ່ານປະທານາທິບໍດີອາເມລິກາ Donald Trump” ໃນບັນຫາການຄ້າ. ໄປຄຽງຄູ່ກັນນັ້ນ, ທ່ານ Kudlow ຍັງໃຫ້ຮູ້ຕື່ມອີກວ່າ ອາເມລິກາ ແລະ ຈີນ ໄດ້ດໍາເນີນການເຈລະຈາບາງຄັ້ງ “ຢູ່ລະດັບສູງສຸດ” ກ່ຽວກັບບັນຫາການຄ້າໃນຊຸມວັນມໍ່ໆມານີ້. ແຕ່ທ່ານ ບໍ່ໄດ້ຊີ້ແຈ້ງວ່າ ມີເຈົ້າໜ້າທີ່ທ່ານໃດເຂົ້າຮ່ວມການເຈລະຈາ ແລະ ເນື້ອໃນການເຈລະຈາ.

ຄໍາຖະແຫຼງດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງກະຊວງການເງິນຈີນ ປະກາດວ່າ ປະເທດນີ້ ຈະຈັດວາງອັດຕາພາສີເພີ່ມເຕີມ ແຕ່ 5 – 25% ສໍາລັບ 5.207 ປະເພດສິນຄ້ານໍາເຂົ້າຈາກອາເມລິກາ ເຊິ່ງມີມູນຄ່າຂຶ້ນເຖິງ 60 ຕື້ USD ບໍ່ດົນປານໃດ. ກະຊວງການຄ້າຈີນ ໃຫ້ຮູ້ວ່າ ຈຸດເວລາຈັດວາງລະດັບພາສີດ່ັງກ່າວ ຈະຂຶ້ນກັບປະຕິກິລິຍາຂອງຝ່າຍ ວໍຊິງຕັນ. ບັນຊີລາຍຊື່ບັນດາປະເພດສິນຄ້າທີ່ຖືກຈັດວາງອັດຕາພາສີເພີ່ມເຕີມລວມມີ ຜະລິດຕະພັນກະເສດ ແລະ ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ