ທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາຢ້ຽມຢາມຈີນ

ທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາຢ້ຽມຢາມຈີນ - ảnh 1
ທ່ານ​ນາງ Susan Rice ແລະ ທ່ານຢ່າງ​ເຈຍ​ຊື້
(ພາບ:dantri.com.vn)

(vovworld) – ​ວັນ​ທີ 8/9, ທ່ານ​ນາງ Susan Rice, ທີ່​ປຶກສາ​ປ້ອງກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ໄດ້​ໄປ​ຍັງ​ນະຄອນຫຼວງ ປັກ​ກິ່ງ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຈີນ ​ເປັນ​ເວລາ 3 ວັນ​ເພື່ອ​ແນ​ໃສ່​ກະກຽ​ມ​ໃຫ້ການ​ຢ້ຽມຢາມ ຈີນ ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໃນ​ເດືອນ 11 ຈະ​ມາ​ເຖິງ. ​ເຈລະຈາ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ຈີນ ຢ່າງ​ເຈຍ​ຊື້, ທ່ານ​ນາງ Susan Rice ຢັ້ງຢືນ​ວ່າ: ຍາມ​ໃດ ອາ​ເມ​ລິ​ກາ ກໍ່​ຖື ຈີນ ​ເປັນ​ບຸລິ​ມະ​ສິດ​ອັນ​ດັບ​ໜຶ່ງ. ທ່ານ​ປະທານາທິບໍດີ Barack Obama ລໍ​ຄອຍ​ການ​ຢ້ຽມຢາມ ຈີນ, ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ກໍ່​ຄື​ດຳ​ເນີນ​ບັນດາ​ການ​ປຶກສາ​ຫາລື 2 ຝ່າຍ​ທີ່​ສຳຄັນ.

    ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຢ່າງ​ເຈຍ​ຊື້ ຖື​ວ່າ: ​ເບິ່ງ​ລວມ​ແລ້ວ, ການ​ພົວພັນ​ລະຫວ່າງ 2 ປະ​ເທດຍັງ​ເປັນ​ປົກກະຕິ ​ແລະ ພັດທະນາ. ທ່ານ ຢ່າງ​ເຈ​ຍຊື້ ຢັ້ງຢືນ​ວ່າ: ປັກ​ກິ​ງ ພ້ອມ​ແລ້ວ​ທີ່ຊຸກຍູ້​ການ​ຮ່ວມ​ມື, ​ໂອ້​ລົມ​ສົນທະນາ​ກັບ ວໍ​ຊິງ​ຕັນ​ໃນ​ທຸກ​ຂົງ​ເຂດ ກໍ່​ຄື​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ ປັກ​ກິ​ງ ​ໄລຍະ​ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ທີ່​ສຸດ.




ຂ່າວ/ບົດ​ອື່ນ