ທິມ handball ແຫ່ງຊາດຫວຽດນາມເອົາຊະນະ ເປັນນັດທີສອງຢ່າງລຽນຕິດ

(VOVWORLD) -ດ້ວຍການເອົາຊະນະຕໍ່ທິມສິງກະໂປແລະທິມຟິລິບປິນ ຫວຽດນາມພວມມີທ່າໄດ້ປຽບໃນການແຂ່ງຂັນເພື່ອຊິງຫຼຽນຄຳກິລາປະເພດ handball ຊາຍຊີເກມ  31.  
ທິມ handball ແຫ່ງຊາດຫວຽດນາມເອົາຊະນະ  ເປັນນັດທີສອງຢ່າງລຽນຕິດ - ảnh 1ພາບປະກອບ

     ຕອນບາຍວັນທີ 7 ພຶດສະພາຢູ່ແຂວງກວ໋າງນິງ ທິມ handball ຊາຍແຫ່ງຊາດຫວຽດນາມໄດ້ຊະນະຕໍ່ທິມຟິລິບປິນດ້ວຍ 2 – 0 ເຊັກ ແລະໄດ້ບືນຕົວຂຶ້ນນຳໜ້າຕາຕະລາງຈັດອັນດັບດ້ວຍໄຊຊະນະສອງນັດຢ່າງລຽນຕິດ. ກ່ອນໜ້ານັ້ນໃນນັດເປີດສາກກິລາປະເພດ handball ຊາຍຊີເກມ 31 ເມື່ອຕອນແລງວັນທີ 6 ພຶດສະພາ ທິມຊາດຫວຽດນາມໄດ້ເອົາຊະນະທິມຊາດສິງກາໂປ  2 – 0 ເຊັກ. ດ້ວຍການເອົາຊະນະຕໍ່ທິມທິມສິງກະໂປແລະທິມຟິລິບປິນ ຫວຽດນາມພວມມີທ່າໄດ້ປຽບໃນການແຂ່ງຂັນເພື່ອຊິງຫຼຽນຄຳກິລາປະເພດ handball ຊາຍຊີເກມ  31.  

ຕອບກັບ

ຂ່າວ/ບົດ​ອື່ນ