ທິມຊາດບານເຕະຫວຽດນາມຍາດໄດ້ໄຊຊະນະນັດທຳອິດຂອງການແຂ່ງຂັນ AFF Suzuki Cup 2016

ທິມຊາດບານເຕະຫວຽດນາມຍາດໄດ້ໄຊຊະນະນັດທຳອິດຂອງການແຂ່ງຂັນ AFF Suzuki Cup 2016 - ảnh 1
ພາບ​ປະ​ກອບ

(vovworld) –  ​“ທິມຊາດ​ບານ​ເຕະ ຫວຽດ​ນາມ ຍາດ​ໄດ້​ໄຊ​ຊະ​ນະ​ຕໍ່​ປະ​ເທດ​ເຈົ້າ​ພາບ ມາ​ເລ​ເຊຍ ດ້ວຍ​ປະ​ຕູ 2 ຕໍ່ 1 ດ້ວຍ​ນ້ຳ​ໃຈ​ແຂ່ງ​ຂັນ​​ຢ່າງພິ​ລະ​ອາດ​ຫານ ​ພ້ອມ​ກັບ​ຄວາມ​ໂ​ຊກ​ດີ ແຕ່​ໝາກ​ຜົນ​ນັ້ນ​ແມ່ນ​ເໝາະ​ສົມກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ນັກເຕະ​ບານ”. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງຄູ​ຝຶກ ຫງວຽນ​ຫືວ​ຖັງ ໃນ​ການ​ປະ​ຊຸມ​ຂ່າວ​ພາຍຫຼັງ​ການ​ແຂ່ງ​ຂັນ​​ນັດທຳ​ອິດ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 20/11 ຢູ່​ຮອບ​ຄັດ​ເລືອກ​ກ​ຸ່ມ B ໃນ​ການ​ແຂ່ງ​ຂັນບານ​ເຕະ​ຊິງ​ຂັນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2016 (AFF Suzuki Cup 2016). ເມື່ອ​ຕອບ​ຄຳ​ຖາມ​​ຕໍ່​ນັ​ກ​ຂ່າວ​ກ່ຽວ​ກັບ​ຄູ່​ແຂ່ງ​ຈະ​ມາ​ເຖິງ​ແມ່ນ ມາ​ເລ​ເຊຍ, ຄູ​ຝຶກ ຫງວຽນ​ຫືວ​ຖັງ ໃຫ້​ຮູ້​ວ່າ: ທິ​ມ​ຊາດ​ບານ​ເຕະ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ຄູ່​ແຂ່ງ​ແຕ່​ລະ​ຄູ່​ໃນການ​ແຂ່ງ​ຂັນ​​ແຕ່​ລະ​ນັດ. ​ຫວຽດ​ນາມ ລ້ວນ​ແຕ່​ຖື​ເປັນ​ສຳ​​ຄັນທິ​ມ​ຊາດ​ບານ​ເຕະ ມາ​ເລ​ເຊຍ ຫຼື ກຳ​ປູ​ເຈຍ ​ຄື​ກັນ.


ຂ່າວ/ບົດ​ອື່ນ