ທິມຊາດຟີຊິກສາດ ຫວຽດນາມ ຍາດໄດ້ຜົນງານດີເລີດທີ່ການເສັງ Olympic ຟີຊິກສາດສາກົນ

(VOVWORLD) - ທີ່ການເສັງ Olympic ວິຊາຟີຊິກສາດສາກົນຄັ້ງທີ 49 ປີ 2018 ໄດ້ຈັດຕັ້ງຢູ່ປະເທດ ສ.ປອກຕູຍການ ແຕ່ວັນທີ 21 – 29 ກໍລະກົດ 2018, ທິມ ຫວຽດນາມ ເຂົ້າຮ່ວມລວມມີນັກຮຽນ 5 ຄົນ ຍາດໄດ້ຜົນງານດີເລີດດ້ວຍຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ.
ທິມຊາດຟີຊິກສາດ ຫວຽດນາມ ຍາດໄດ້ຜົນງານດີເລີດທີ່ການເສັງ Olympic ຟີຊິກສາດສາກົນ - ảnh 1ທິມຊາດຟີຊິກສາດ ຫວຽດນາມ ຍາດໄດ້ຜົນງານດີເລີດທີ່ການເສັງ Olympic ຟີຊິກສາດສາກົນ (ພາບ:nhandan.com)

 ການເສັງ Olympic ວິຊາຟີຊິກສາດສາກົນຄັ້ງທີ 49 ປີນີ້ ມີການເຂົ້າຮ່ວມຂອງ 86 ປະເທດ ແລະ ເຂດແຄ້ວນ.  ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດທີ່ຍາດໄດ້ຫຼຽນຄຳຈາກ 2 ຫຼຽນຂຶ້ນໄປ ແລະ ໄດ້ຈັດອັນດັບສູງ. ຖັດຈາກທິມ Olympic ຄະນິດສາດ, ຊີວະສາດສາກົນ, ຜົນງານຂອງທີມ Olympic ຟີຊິກສາດສາກົນ ສືບຕໍ່ຢັ້ງຢືນຜົນງານຂອງບັນດາຄະນະນັກຮຽນ ຫວຽດນາມ ຢູ່ບັນດາການເສັງ Olympic ສາກົນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ