ທິມບານເຕະ U20 ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ ພາຍຫຼັງການແຂ່ງຂັນຢູ່ U20 World Cup

(VOVWORLD) - ຕາມຄູຝຶກ ຮ່ວາງແອງຕ໋ວນ ແລ້ວ, ການແຂ່ງຂັນ U20 World Cup 2017 ຄັ້ງນີ້ ແມ່ນໂອກາດເພື່ອແນະນຳຮູບພາບຂອງກິລາບານເຕະ ແລະ ປະຊາຊົນ ຫວຽດນາມ ອອກສູ່ໂລກພາຍນອກ.
ທິມບານເຕະ U20 ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ ພາຍຫຼັງການແຂ່ງຂັນຢູ່ U20 World Cup - ảnh 1 ພາບປະກອບ

ຕອນຄ່ຳວັນທີ 29 ພຶດສະພາ, ຄູຝຶກ ຮ່ວາງແອງຕ໋ວນ ພ້ອມກັບບັນດານັກເຕະບານໃນທິມ U20 ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ໋າຍ (ທີ່ຮ່າໂນ້ຍ) ພາຍຫຼັງການເຂົ້າຮ່ວມການແຂ່ງຂັນຊິງລາງວັນ U20 World Cup ຄັ້ງທຳອິດໃນປະຫວັດສາດ. ທິມບານເຕະ U20 ຫວຽດນາມ ໄດ້ສິ້ນສຸດການແຂ່ງຂັນຢູ່ U20 World Cup ດ້ວຍການງໍ ປະລາໄຊ 2 ນັດ, ສະເໜີ 1 ນັດ. ຕາມຄູຝຶກ ຮ່ວາງແອງຕ໋ວນ ແລ້ວ, ການແຂ່ງຂັນ U20 World Cup 2017 ຄັ້ງນີ້ ແມ່ນໂອກາດເພື່ອແນະນຳຮູບພາບຂອງກິລາບານເຕະ ແລະ ປະຊາຊົນ ຫວຽດນາມ ອອກສູ່ໂລກພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ