ທິມ​ບາ​ນ​ເຕະ​ຍິງ ຫວຽດ​ນາມ ກັບ​ຄືນປະ​ເທດ ພາຍຫຼັງ​ການ​ແຂ່ງ​ຂັນ​ໄດ້​ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ World Cup ຍິງ 2023

(VOVWORLD) -        ຕອນເຊົ້າວັນທີ 10 ກຸມພາ, ທິມບານເຕະຍິງ ຫວຽດນາມ ໄດ້ກັບຄືນປະເທດ, ພາຍຫຼັງປະຕິບັດສຳເລັດໜ້າທີ່ຢ່າງດີເລີດ ດ້ວຍເລື່ອງເປັນຄັ້ງທຳອິດໃນປະຫວັດສາດ ທີ່ໄດ້ເຂົ້າຮອບແຂ່ງຂັນຊິງຊະນະເລີດ FIFA World Cup ຍິງ 2023.
ທິມ​ບາ​ນ​ເຕະ​ຍິງ ຫວຽດ​ນາມ ກັບ​ຄືນປະ​ເທດ ພາຍຫຼັງ​ການ​ແຂ່ງ​ຂັນ​ໄດ້​ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ World Cup ຍິງ 2023 - ảnh 1ບັນດາສະມາຊິກໃນທິມບານເຕະຍິງ ຫວຽດນາມ ທີ່ພິທີຕ້ອນຮັບກັບຄືນປະເທດ 

ກ່າວຄຳເຫັນທີ່ພິທີຕ້ອນຮັບເຊິ່ງຈັດຂຶ້ນຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮວ່າງດ້າວເກືອງ ເນັ້ນໜັກວ່າ ໄຊຊະນະຂອງທິມບານເຕະຍິງ ແມ່ນໄຊຊະນະທີ່ເຕັມໄປດ້ວຍຄວາມເປັນກຽດສະຫງ່າ, ສະແດງໃຫ້ເຫັນຄວາມມານະພະຍາຍາມ ພ້ອມດ້ວຍເຈດຈຳນົງອັນກ້າແກ່ນຂອງສະມາຊິກທຸກຄົນ ໃນຂະນະທີ່ຈະເດີນທາງໄປເຂົ້າຮ່ວມການແຂ່ງຂັນຢູ່ ອິນເດຍ, ມີສະມາຊິກເກືອບເຄິ່ງໜຶ່ງຕິດໂຄວິດ - 19.

        ຕາມສະຫະພັນບານເຕະ ຫວຽດນາມ ແລ້ວ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ 29 ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນ ການແຂ່ງຂັນຊີງລາງວັນຊະນະເລີດ ບານເຕະຍິງ ອາຊີ ແລະ ໄດ້ເຂົ້າຮອບຊິງຊະນະເລີດບານເຕະຍິງ ໂລກ ປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ