ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ​ປິດ​ບັນ​ຊີ​ລາຍ​ຊື່​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ ຊີ​ເກມ 31

(VOVWORLD) -ໃນງານມະຫາກຳກິລາ ຊີເກມ ຄັ້ງທີ 31, ທິມບານເຕະຍິງ ຫວຽດນາມ ນອນໃນສາຍດຽວກັນກັບ ຟີລິບປິນ ແລະ ກຳປູເຈຍ. 
ທິມ​ບານ​ເຕະ​ຍິງ ຫວຽດ​ນາມ ​ປິດ​ບັນ​ຊີ​ລາຍ​ຊື່​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ ຊີ​ເກມ 31 - ảnh 1ທິມບານເຕະຍິງ ຫວຽດນາມ ພວມຕັ້ງໜ້າຝຶກແອບຢູ່ ນະຄອນ ກວ໋າງນິງ (ພາບ: baochinhphu.vn)

ຄູຝຶກທິມບານເຕະຍິງ ຫວຽດນາມ ຫາກໍປິດບັນຊີລາຍຊື່ນັກກິລາ 20 ຄົນທີ່ຈະເຂົ້າຮ່ວມ ງານມະຫາກຳກິລາຊີເກມ ຄັ້ງທີ 31. ໃນ ຊີເກມ ຄັ້ງທີ 31, ແຕ່ລະທິມຈະຈົດທະບຽນນັກກິລາ 20 ຄົນ ແລະ ນັກກິລາສໍາຮອງ 2 ຄົນ. ປັດຈຸບັນ, ທິມບານເຕະຍິງ ຫວຽດນາມ ພວມຕັ້ງໜ້າຝຶກແອບຢູ່ ນະຄອນ ກວ໋າງນິງ.

        ໃນງານມະຫາກຳກິລາ ຊີເກມ ຄັ້ງທີ 31, ທິມບານເຕະຍິງ ຫວຽດນາມ ນອນໃນສາຍດຽວກັນກັບ ຟີລິບປິນ ແລະ ກຳປູເຈຍ. ທິມບານເຕະຍິງ ຫວຽດນາມ ຈະແຂ່ງຂັນນັດທຳອິດກັບທິມ ຟີລິບປິນ ໃນວັນທີ 11 ພຶດສະພາ, ຫຼັງຈາກນັ້ນຮອດວັນທີ 14 ພຶດສະພາ ແຂ່ງຂັນກັບທິມ ກຳປູເຈຍ. ຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ຈະດຳເນີນໃນວັນທີ 18 ພຶດສະພາ ແລະ ວັນທີ 21 ພຶດສະພາ, ຢູ່ສະໜາມກິລານະຄອນ ເກີ໋ມຝາ, ແຂວງ ກວ໋າງນິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ