ທິມບານເຕະໃນຮົ່ມຍິງຫວຽດນາມໄດ້ຮັບລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້

ທິມບານເຕະໃນຮົ່ມຍິງຫວຽດນາມໄດ້ຮັບລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ທິມ​ບານເຕະ​ຍິງ​ຫວຽດນາມ
(ພາບ: vanhoathethao.com)

(Vovworld) - ​ໃນ​ນັດ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ກິລາ​ບານ​ເຕະ​ໃນ​ຮົ່ມ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ​ວັນ​ທີ 3/10 ຢູ່​ມຽນມາ, ທິມ​ບານເຕະ​ຍິງ​ຫວຽດນາມ ບັງ​ເອີນ​ໄດ້​ເອົ​າຊະນະ​ຕໍ່​ທິມບານ​ເຕະ​ຍິງ​ໄທຊຶ່ງ​ພວມ​ຢືນ​ອັນ​ດັບ​ໜຶ່ງ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 4 ປະຕູ​ຕໍ່ 3.

    ​ແລະ ກໍ​ໃນ​ຕອນ​ຄຳ​ຂອງ​ວັນ​ດຽວ​ກັນ, ທິມຊາດ​ບານ​ເຕະ U19 ຫວຽດນາມ​ໄດ້​ເອົາ​ຊະນະ​ຕໍ່​ທິມ​ໄຕ້​ຫວັນ​ປະ​ເທດ​ຈີນ 6 ປະຕູ​ຕໍ່1 ​ໃນ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ U19 ອາຊີ 2014 ຊຶ່ງ​​ຖືກ​ຈັດ​ຂຶ້ນ​ຢູ່​ສະໜາມກິລາ ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ. ດ້ວຍ​ໄຊຊະນະ​ນີ້, ຫວຽດນາມ​ພວມ​ຢືນ​ອັນ​ດັບ 2 ​ໃນ​ສາຍ F ຖັດຈາກ​ທິມ U19 ອົດ​ສະ​ຕາ​ລີ ຊຶ່ງ​ແມ່ນ​ທິມ​ໄດ້​ເອົາ​ຊະນະ​ຕໍ່​ທິມ​ U19 ຮອງ​ກົງ​ປະ​ເທດ​ຈີນ 7 ປະຕູ​ຕໍ່ 0.

ຂ່າວ/ບົດ​ອື່ນ