ທົ່ວປະເທດມີ880ທ່ານໄດ້ຮັບສະເໜີເປັນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ

ທົ່ວປະເທດມີ880ທ່ານໄດ້ຮັບສະເໜີເປັນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ - ảnh 1
​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3
(ພາບ​ປະ​ກອບ)


(vovworld) - ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ພາຍ​ຫຼັງ​ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 3, ປະ​ຈຸ​ບັນ​ໃນ​ທົ່​ວ​ປະ​ເທດ​ມີ 879 ທ່ານ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​​ຖືກ​ນຳ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ເພື່ອ​ສະ​ເໜີ​ຕໍ່​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ.

        ວັນ​ທີ 27/04 ຈະ​ມາ​ເຖິງ, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ຈະ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ຢ່າງ​ເປັນ​ທາງ​ການ. ຕ​າມ​ທ່ານ ເລ​ບ໋າ​ຈິ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລ້ວ, ພາຍ​ຫຼັງ​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 3, ບັນ​ດາ​ຜູ້​ມີ​ມາດ​ຕະ​ຖານ​ຢ່າງ​ພຽງ​ພໍ​​ຖືກນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່ ເພື່ອ​ສົ່ງ​​ເຊິ່ງຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ທຸກ​ຂັ້ນ, ​​ທຸກ​ຄົນ ລ້ວນ​ແຕ່​ມີ​ສິດ​ຢ່າງ​ສະ​ເໝີ​ພາບ​ຄື​ກັນ ໃນ​ການ​ແນະ​ນຳລາຍ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ແລະ ປະ​ຕິ​ບັດ​ການ​ຂົນ​ຂວາຍ​ເລືອກ​ຕັ້ງ​ຕາມ​ກົດ​ໝາຍ. ສະ​ນັ້ນ, ເພື່ອ​ຮັກ​ສາ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ ແລະ ຜູ້​ອ​ອກສະ​ໝັກ​ຮັບ​ເລືອກ​ຕັ້ງ​ໂດຍ​ສະ​ໝັກ​ໃຈ ໃນ​ການ​ພົບ​ປະ​ກັບ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ, ​ໃນ​ການຂົນ​ຂວາຍ​​ຫ​າ​ສຽງ​ເລືອກ​ຕັ້ງ, ບົດ​ບ​າດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ໃນຄັ້ງ​ນີ້ ແມ່​ນ​ຕ້ອງ​​ສະ​ແດງ​ອອກ​ໃຫ້ດີກວ່າ ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປີດ​ເຜີຍ​, ປະ​ຊາ​ທິ​ປະ​ໄຕ ແລະ ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕ​ັ້ງ.

ຂ່າວ/ບົດ​ອື່ນ