ທົ່ວປະເທດຮ່ວມແຮງ ຮ່ວມໃຈພ້ອມກັບ ພາກກາງແກ້ໄຂຄວາມ ເສຍຫາຍຈາກພະຍຸ Wutip

ທົ່ວປະເທດຮ່ວມແຮງ ຮ່ວມໃຈພ້ອມກັບ ພາກກາງແກ້ໄຂຄວາມ ເສຍຫາຍຈາກພະຍຸ Wutip  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ
ຕີ​ລາຄາ​ສູງ​ນ້ຳ​ໃຈອູ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຂອງ​ປະຊາຊົນທົ່ວ​ປະ​ເທດ
(ພາບ: VGP)


(vovworld) - ​ໂດຍ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ຈັດ​ຕັ້ງ​ການ​ບໍລິຈາກ​ໜູນ​ຊ່ວຍ​ປະຊາຊົນ​ບັນດາ​ແຂວງ​ພາກ​ກາງ​ທີ່​ປະສົບ​ຄວາມເສຍ​ຫາຍຈາກ​ພະຍຸ Wutip, ເພື່ອ​ປະກອບສ່ວນ​ຟື້ນຟູ​ການ​ຜະລິດ ​ແລະ ຮັກສາ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ​ໂດຍ​ໄວ.

        ຕອນ​ເຊົ້າ​ວັນ​ທີ 04 ຕຸລາ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ປຸກລະດົມ​ທົ່ວ​ກອງທັບ​ບໍລິຈາກ​ເງິນ​ໄດ້ 4 ຕື້​ດົ່ງ ​ເພື່ອ​ສົ່ງ​ເຖິງ​ບັນດາ​ແຂວງ​ທີ່​ປະສົບ​ຄວາມ​ເສຍ​ຫາຍ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 03 ຕຸລາ, ພະນັກງານ, ລັດຖະກອນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ກໍ່ບໍລິຈາກ​ເງິນ​ໄດ້ 226 ລ້ານ​ດົງ; ກຳມະກອນ, ພາລະ​ກອນ​ຂະ​ແໜງ​ໄຟຟ້າ ສະໜັບສະໜູນ 500 ລ້ານ​ດົງ... ​ເປັນ​ອັນວ່າ, ພາຍ​ໃນ​ເວລາພຽງ 2 ວັນ, ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ໄດ້​ຮັບ​ຈຳນວນ​ເງິນກວ່າ 29 ຕື້​ດົງ​ຊ່ວຍ​ເຫຼືອປະຊາຊົນ​ພາກ​ກາງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ, ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຕີ​ລາຄາ​ສູງ​ນ້ຳ​ໃຈອູ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ຂອງ​ປະຊາຊົນທົ່ວ​ປະ​ເທດ.

        “ປະຈຸ​ບັນ, ຢູ່​ບັນດາ​ແຂວງ​ພາກ​ກາງ​ມີ​ເຮືອນກ່ວາ 220.000 ຫຼັງ​ຖືກ​ເປ​​ເພ ​ແລະ ປະຊາຊົນ 1,1 ລ້ານ​ຄົນ​ບໍ່​ມີ​ບ່ອນຢູ່. ສະ​ນັ້ນ, ການ​ບໍລິຈາກ​ຄື​ແນວ​ນີ້​ແມ່ນ​ລ້ຳ​ຄ່າທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ໃຊ້​ຈຳນວນ​ເງິນທີ່​ປະຊາຊົນ​ບໍລິຈາກ​​ນັ້ນ​ຢ່າງ​ມີ​ປະສິ​ດທິຜົນທີ່​ສຸດ. ຂໍ​ຂອບ​ອົກ​ຂອບໃຈ​ປະຊາຊົນ​​ໃນທົ່ວ​ປະ​ເທດ​ທີ່ໄດ້​ຕອບ​ສະໜອງ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ປະຊາຊົນ​ຢູ່​ບັນດາ​ແຂວງ​ພາກ​ກາງ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ.”

        ​ໃນ​ຂະ​ນະ​ນັ້ນ, ສະມາຄົມ​ກາ​ແດງ​ແຂວງ ກວາງ​ບິ່ງ ​ໄດ້​ຈັດ​ຕັ້ງ​ບັນດ​າຄະນະ​ຜູ້​ແທນ​ໄປ​ຢື້ຢາມ​ຖາມ​ຂ່າວ​ຜູ້​ຖືກ​ບາດ​ເຈັບທີ່​ພວມ​ປິນປົວ​ຢູ່​ໂຮງໝໍ, ສຸກສາລາ ​ແລະ ໜູນ​ຊ່ວຍ​ບັນດາຄອບຄົວ​ທີ່ມີ​ຜູ້​ເສຍ​ຊີວິດ ຄອບຄົວ​ລະ 3 ລ້ານ​ດົງ. ທ່ານ​ ກາວ​ກວາງ​ແກງ, ປະທານ​ສະມາຄົມ​ກາ​ແດງ​ແຂວງ​ກວາງ​ບິ່ງ ​ໃຫ້​ຮູ້​ວ່າ, ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້ຈຳນວນ​ເງິນ ​ແລະ ຂອງຂວັນ​ເຊິ່ງສະມາຄົມ​ກາ​ແດງ​ແຂວງ​ກວາງ​ບິ່ງ ກູ້​ຊ່ວຍແມ່ນ 150 ລ້ານ​ດົງ.

        “ປະຈຸ​ບັນ​ ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍວຽກ​ງານ​ສຳ​ຫຼວດຕີລາຄາ​ຄວາມ​ເສຍ​ຫາຍ​​ເງື່ອນ​ໄຂ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່​ເຂດ​ຈຸດ​ສຸມ​ປະສົບ​​ໄພ​ທຳ​ມະ​ຊາດ​ຢ່າງ​ໜັກໜ່ວງ​ທີ່​ສຸດ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ, ຄອບຄົວ​ນະ​ໂຍບາຍ, ຄົນ​ພິການ ​ເພື່ອ​ມີ​ແຜນການ​ໄລຍະ​ຍາວ, ສະ​ເໜີ​ຕໍ່​ສູນ​ກາງ ​ແລະ ສະຫະສະມາຄົມກາ​ແດງ​ສາກົນ ມີ​ໂຄງການ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່ພາຍຫຼັງ​ພະຍຸ”.

ຂ່າວ/ບົດ​ອື່ນ