ທົ່ວ​ໂລກ​ ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຫຼາຍກວ່າ 2,6 ລ້ານ​ຄົນ

(VOVWORLD) -ອາເມລິກາ ແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 550.000 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດແມ່ນ 30.230.000 ຄົນ. ຖັດຈາກນັ້ນ ແມ່ນ ບຣາຊິນ ແລະ ອິນເດຍ.
ທົ່ວ​ໂລກ​ ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຫຼາຍກວ່າ 2,6 ລ້ານ​ຄົນ - ảnh 1ສູນສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ລອນດອນ (ພາບ: THX/TTXVN)

ໄລ່ຮອດຕອນເຊົ້າວັນທີ 18 ມີນາ, ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 121,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 2,6 ລ້ານຄົນ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 550.000 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດແມ່ນ 30.230.000 ຄົນ. ຖັດຈາກນັ້ນ ແມ່ນ ບຣາຊິນ ແລະ ອິນເດຍ.

        ຢູ່ ເອີຣົບ, ພາຍຫຼັງອົງການຄຸ້ມຄອງການຢາ ເອີີຣົບ (EMA) ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ປະສິດທິຜົນຂອງວັກຊິນ AstraZeneca (ຂອງ ອັງກິດ) ໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ຕີລາຄາວ່າ ນີ້ແມ່ນສັນຍານທີ່ໜ້າປະເອີບໃຈສຳລັບວຽກງານສັກວັກຊິນກັນພະຍາດໂຄວິດ - 19, ແຕ່ການເຊື່ອມຕໍ່ການໃຊ້ວັກຊິນດັ່ງກ່າວຄືນໃໝ່ຢູ່ສອງປະເທດນີ້ ຍັງຕ້ອງລໍຖ້າຜົນສະຫຼຸບສຸດທ້າຍຂອງ EMA.

        ສ.ເກົາຫຼີ ກໍຢັ້ງຢືນວ່າ ຈຳນວນຜູ້ຕິດເຊື້ອລາຍໃໝ່ ໃນ 24 ຊົ່ວໂມງຜ່ານມາ ໄດ້ລື່ນກາຍຕົວເລກ 400 ຄົນ, ເພີ່ມຂຶ້ນເປັນ 469 ຄົນ, ໃນນັ້ນ ມີ 452 ຄົນ ແມ່ນຕິດເຊື້ອໃນຊຸມຊົນ, ເຊິ່ງເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ກ່ອນນັ້ນໜຶ່ງວັນ. 

ຕອບກັບ

ຂ່າວ/ບົດ​ອື່ນ