ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 12 ລ້ານຄົນ

(VOVWORLD) -  ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 3.158.783 ຄົນ ແລະ ມີຜູ້ເສຍຊີວິດ 134.857 ຄົນ. 
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 12 ລ້ານຄົນ - ảnh 1(ພາບປະກອບ / thoibaotaichinhvietnam.vn)

ຕາມເວັບໄຊສະຖິຕິທົ່ວໂລກ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 09 ກໍລະກົດ ຕາມເວລາ ຫວຽດນາມ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 12.155.454 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 551.187 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 7.025.169 ຄົນ.

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 3.158.783 ຄົນ ແລະ ມີຜູ້ເສຍຊີວິດ 134.857 ຄົນ. ຖັດຈາກ ອາເມລິກາ ແມ່ນ ບຣາຊິນ, ລັດເຊຍ ແລະ ເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ