ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 449 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ -19 ກວ່າ 449.47 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ.
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 449 ລ້ານຄົນ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 09 ມີນາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ -19 ກວ່າ 449.47 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 1.58 ລ້ານຄົນ, ໃນນັ້ນ ສ.ເກົາຫຼີ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຫຼາຍທີ່ສຸດ, ກວ່າ 342.4 ພັນຄົນ. ໄລ່ລວມແລ້ວ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ບັນດານັກຊ່ຽວຊານດ້ານການແພດ ອາເມລິກາ ກ່າວເຕືອນວ່າ ໂລກລະບາດໂຄວິດ-19 ຍາກທີ່ຈະດັບມອດໄວໄດ້, ສະນັ້ນປະຊາຊົນຄວນສືບຕໍ່ໃສ່ຜ້າອັດປາກ-ອັດດັງ ແລະ ປະຕິບັດການແຍກຫ່າງຖ້າຫາກວ່າ ຈຳນວນຜູ້ຕິດເພີ່ມຂຶ້ນສູງຢູ່ເຂດທີ່ຕົນເອງພວມດຳລົງຊີວິດ. ຢູ່ເຂດມີການແຜ່ລະບາດຕ່ຳ ຫຼື ປານກາງ, ການໃສ່ຜ້າອັດປາກ - ອັດດັງ ແລະ ປະຕິບັດການແຍກຫ່າງແມ່ນວີທີຊ່ວຍຮັບປະກັນສຸຂະພາບໃຫ້ແກ່ຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ