​ທົ່ວ​ໂລກ​ມີ​ຜູ້ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກວ່າ 6 ລ້ານ​ຄົນ

(VOVWORLD) -ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກເກືອບ 1,2 ລ້ານຄົນ.
​ທົ່ວ​ໂລກ​ມີ​ຜູ້ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກວ່າ 6 ລ້ານ​ຄົນ - ảnh 1ຢູ່ ນິວຢອກ, ອາເມລິກາ (ພາບ: THX/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 7 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 446 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6 ລ້ານຄົນ. ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກເກືອບ 1,2 ລ້ານຄົນ.

ອາເມລິກາ ຍັງຄົງແມ່ນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ, ໄລ່ມາຮອດປັດຈຸບັນ ປະເທດນີ້ມີຜູ້ຕິດເຊື້ອລວມທັງໝົດເກືອບ 81 ລ້ານຄົນ ແລະ ມີຜູ້ເສຍຊີວິດ ເກືອບ 1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ຝລັ່ງ, ອັງກິດ….

ຖ້າໄລ່ຕາມທະວີບແລ້ວ, ເອີຣົບ ແມ່ນພາກພື້ນທີ່ຖືກຜົນສະທ້ອນຫຼາຍທີ່ສຸດ, ດ້ວຍຈຳນວນ ຜູ້ຕິດເຊື້ອກວ່າ 160 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ກວ່າ  1,7 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ