ທົ່ວໂລກມ່ວນຊື່ນ ຕ້ອນຮັບ ປີໃໝ່ ຄ.ສ 2012

  
   ວັນ​ທີ 31 ທັນວາ, ຊຶ່ງ​ແມ່ນ​ມື້​ສຸດ​ທ້າຍ​ຂອງປີ 2011, ປະຊາຊົນ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ພວມ​ມວ່ນຊື່ນ​ໃນ​ທ່າມກາງ​ບັນຍາກາດ​ຕ້ອນຮັບ​ປີ​ໃໝ່. ​ເຖິງ​ແມ່ນ​ວ່າ ວັນ​ເວລາ ​ແລະ ຮີດຄອງ​ປະ​ເພນີ​ຕ້ອນຮັບ​ປີ​ໃໝ່ຢູ່​ແຕ່ລະ​ປະ​ເທດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ປີ​ໃໝ່​ໄດ້​ນຳ​ຄວາມ​ຫວັງ​ໃໝ່, ຄວາມ​ເບີກບານ​ມ່ວນ​ຊື່ນ ​ແລະ ບັນດາ​ຄຳ​ອວຍພອນ​ທີ່​ຈົບງາມ​ທີ່​ສຸດ​ມາ​ສູ່​ທຸກໆ​ຄົນ. ປີ 2012 ຈະ​ແມ່ນ​ປີ​ພິ​ເສດ​ທີ່​ມີ​ຕໍ່​ປະຊາຊົນ 186.000 ຄົນ ຢູ່​ປະ​ເທດ​ເກາະ ຊາ ມ​ວາ ​ໃນ​ເມື​່ອ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ບັນດາ​ພົນລະ​ເມືອງ​ທຳ​ອິດ​ຂອງ​ໂລກ​ຕ້ອນຮັບ​ແສງ​ອະລຸນ​ໃໝ່​ຂອງ​ປີ​ໃໝ່. ມີ​ແຂກ​ງທ່ອງ​ທ່ຽວ​ຫຼາຍ​ຄົນ​ໄດ້​ພາກັນ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ນີ້​ເພື່ອ​ຕ້ອນຮັບ​ຈຸດ​ເວລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່.

    ​ຢູ່​ສະຫະລັດ​ອາ​ເມ​ລິ​ກາ, ​ໃນ​ຊຸມ​ມື້​ທີ່​ຜ່ານ​ມາ, ຊາວ ອາ​ເມ​ລິ​ກາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢ່າງຫຼວງ​ຫຼາຍຢູ່​ສະໜາມ​ຫຼວງ Times Square ​ເພື່ອ​ລໍ່​ຖ້າ​ຕ້ອນຮັບ​ຈຸດ​ເວລາ​ທຳ​ອິດ​ຂອງ​ປີ​ໃໝ່. ສ່ວນ​ຢູ່​ອັງກິດ, ​ເພື່ອ​ກະກຽມ ຕ້ອນຮັບ​ປີ​ໃໝ່, ທຸກໆ​ຄອບຄົວ​ກໍ່​ພາກັນ​ໄປ​ຕະຫຼາດ​ຊື້​ເຫຼົ້າ, ຊິ້ນ, ​ເພາະ​ຊາວ​ອັງກິດ​ຖື​ວ່າ ຖ້າ​ຫາກ​ໃນ​ປີ​ໃໝ່​ບໍ່​ມີ​ຊິ້ນ ​ແລະ ​ເຫຼົ້າ, ປີ​ໃໝ່​ຈະ​ປະສົບ​ຄວາມ​ຫຍຸ້ງຍາກ. ສ່ວນ​ຢູ່​ນະຄອນ ຣີ​ໂອ​ເດີ​ຢາ​ແນ​ໂຣປະ​ເທດ​ບ ຣາຊິນ ກໍ່​ຈັດການ​ຍິງບັ້ງ​​ໄຟດອກ​ດ້ວຍ​ຂອບ​ຂະໜາດ​ໃຫຍ່.
ຂ່າວ/ບົດ​ອື່ນ