ທ້ອງຖິ່ນຕ່າງໆ ຈັດງານບຸນຍາມ ຕົ້ນລະດູບານໃໝ່

ທ້ອງຖິ່ນຕ່າງໆ ຈັດງານບຸນຍາມ ຕົ້ນລະດູບານໃໝ່ - ảnh 1
​ງານ​ບຸນ​ລົງ​ນາຢູ່​ຕາ​ແສງ​ດ້ອຍ​ເຊີນ, ​ເມືອງ​ຢີຕຽນ, ​ແຂວງ​ຮ່າ​ນາມ
(ພາບ: baohanam)

   Vovworld- ວັນ​ທີ 16/2 (ກົງ​ກັບວັນ​ທີ 7 ບຸນ​ເຕັດ), ຢູ່​ຕາ​ແສງ​ດ້ອຍ​ເຊີນ, ​ເມືອງ​ຢີຕຽນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຮ່າ​ນາມ ​ໄດ້​ຈັດ​ງານ​ບຸນ​ລົງ​ນາ ​ເພື່ອ​ພາວະນາ​ໃຫ້​ດິນ​ຟ້າ​ອາກາດ​​ເອື້ອ​ອຳນວຍ​ຄວາມ​ສະ​ດວກ, ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ​ໄດ້​ເຂົ້າຮ່ວມ ​ແລະ ​ໄປ​ຖະຫວາຍ​ທູບ​ທຽນ​ບູຊາ​ພ້ອມ​ກັບ​ຊາວ​ທ້ອງ​ຖິ່ນ. ຜ່ານ​​ໄລຍະ​ປະຫວັດສາດ​ນັບ​ພັນ​ປີ, ງານ​ບຸນ​ລົງ​ນາ​ໄດ້​ກາຍ​ເປັນ​ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ຈິດ​ວິນ​ຍານ​ທີ່​ສຳຄັນ ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ຊາດ. ກ່າວ​ຄຳ​ເຫັນ​ໄຂ​ງານ​ບຸນ, ທ່ານ ​ເຈີ​ນຊວນ​ໂລກ ​ເລຂາ​ຄະນະ​ພັກ​ແຂວງໆ​ຮ່າ​ນາມ​ໃຫ້​ຮູ້​ວ່າ :

    “ງານ​ບຸນ​ລົງ​ນາດ້ອຍ​ເຊີນ, ​ໄດ້​ກາຍ​ເປັນ​ຈຸດ​ທີ່​ເປັນ​ເອກະລັກ​ດ້ານ​ວັດທະນະທຳ​ຍາມ​ຕົ້ນ​ປີ ​ແລະ ​ໄດ້​ເຂົ້າ​ສູ່​​ແນວ​ຄິດ​ຈິດ​ໃຈຂອງ​ຊາວຫວຽດນາມ​ທຸກ​ຄົນ. ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ຈາກ​ບັນຍາກາດຍາມ​ຕົ້ນ​ປີ​ຂອງ​ງານ​ບຸນ​ນີ້, ຊາວ​ກະ​ສີກ​ອນ​ແຂວງ​ຮ່າ​ນາມ​ໄດ້​ຫ້າວຫັນທຳ​ການ​ປູກຝັງ​ໂດຍ​ນຳ​ໃຊ້​ວິທະຍາ​ສາດ​ເຕັກນິກ ​ເພື່ອ​ພັດທະນາ​ກະ​ສີ​ກຳ​ຮອບດ້ານ. ພິ​ເສດ, ​ໂຄງການ​ຊົນນະບົດ​ໃໝ່​ໄດ້​ກາຍ​ເປັນ​ຂະ​ບວນການ​ທີ່​ກ້ວາງ​ຂວາ​ງ, ດຶງ​ດູດ​ທຸກໆ​ກຳລັງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ ”

   ​ແລະ ກໍ​ໃນວັນ​ທີ 15/2 (ກົງ​ກັບວັນ​ທີ 6 ບຸນ​ເຕັດ), ​ຊາວ​ພຸດ, ແຂກຄົນທີ່​ມາ​ຈາກ​ສາລະ​ທິດ​ໄດ້​ພາກັນຫຼັ່ງ​ໄຫຼ​​ໄປ​ເມືອງ ມີ້​ດຶກ -ຮ່າ​ໂນ້ຍ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ​ນະມັດສະການ​ວັດ​ເຮືອງ. ງານ​ບຸນ​ນະມັດສະການ​ວັດ​ເຮືອງປີ 2013 ມີ​ຫົວ​ເລື່ອງ​ວ່າ “ ຄວາມ​ງາມ​ວັດທະນະທຳ​ຫວຽດນາມ ” . ທ່ານ ຫງວຽນ​ວັນ​ເຫົ້າ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ມີ້​ດຶກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ ງານ​ບຸນ​ນະມັດສະການ​ວັດ​ເຮືອງ​ປີ 2013 ​ໃຫ້​ຮູ້​ວ່າ :

   “ ປີ​ນີ້, ພວກ​ຂ້າພະ​ເຈົ້າ​ສ້າງ​ຕັ້ງ​ໜ່ວຍ​ງານ​ກວດກາ​ລະຫວ່າງ​ຂະ​ແໜງ​ການ, ​ໃນ​ນັ້ນ​ມີ​ຕຳຫຼວດ​ສິ່ງ​ແວດ​ລ້ອມ​ຂອງ​ຮ່າ​ໂນ້ຍ ​ແລະ ສູນ​ການ​ແພດ​ປ້ອງ​ກັນ​ຂອງ​ນະຄອນ, ພວກ​ເຮົາ​ຫວັງ​ວ່າ ປະຊາຊົນ​ເຂົ້າ​ຮ່ວມ ງານ​ບຸນ​ນະມັດສະການ​ວັດ​ເຮືອງ ຈະ​ເຂົ້າ​ຮ່ວມ​ການ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເປັນ​ຢ່າງ​ດີ ”

     ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ກວາງງ້າ​ຍ, ກໍ​ໄດ້​ຈັດ​ໃຫ້​ມີ​ງານ​ບຸນ​ລະດູບານ​ໃໝ່ 2013 ຂຶ້ນ, ອົນ​ໄດ້​ດຶງ​ດູດ​ພວກ​ເພື່ອນ​ໜຸ່ມ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ/ບົດ​ອື່ນ