ທ້ອງຖິ່ນຕ່າງໆຕັ້ງໜ້າກະກຽມວຽກງານເລືອກຕັ້ງອາຍຸການ2016-2021

ທ້ອງຖິ່ນຕ່າງໆຕັ້ງໜ້າກະກຽມວຽກງານເລືອກຕັ້ງອາຍຸການ2016-2021 - ảnh 1
ການເຮັດວຽກຢູ່ແຂວງ ຮືງອຽນ
(ພາບ: nhandan.com.vn)

(vovworld) –  ວັນ​ທີ 23/3, ຄະນະ​ປະຕິບັດ​ງານ​ຂອງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໂດຍ ທ່ານ ຫວູຈ້ອງ​ກິມ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຮັດວຽກ​ກັບ​ແຂວງ ຮື​ງອຽນ ກ່ຽວ​ກັບ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ຕາມ​ການ​ຕີ​ລາຄາ​ຂອງ​ຄະນະ​ປະຕິບັດ​ງານ​ແລ້ວ, ວຽກ​ງານ​ເລືອກ​ຕັ້ງ​ຢູ່​ແຂວງ ຮື​ງອຽນ ​ໄ​ດ້ປະຕິບັດ​ຖືກ​ກັບ​ຂັ້ນ​ຕອນ, ຂໍ້​ກຳນົດ​ຂອງ​ກົດໝາຍ, ຮັບປະກັນ​ໃຫ້​ທັນ​ການ, ​ຖືກ​ກັບ​ຄວາມ​ຄືບ​ໜ້າ…

        ​ແລະ​ກໍ່​ໃນ​ວັນທີ 23/3, ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ຟູ໋​ເທາະ ​ໄດ້​ຈັດ​ຕັ້ງ “ກອງ​ປະຊຸມ​ແນ​ະນຳ​ການ​ດຳ​ເນີນ​ຮັບ​ເອົາ​ຄຳ​ເຫັນ​ຕີ​ລາຄາ ​ແລະ ​ໄວ້​ວາງ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ບໍລິ​ເວນ​ບ່ອນຢູ່​ອາ​ໄສ​ສຳລັບ​ບັນດາ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ ສສຊ ຊຸດ​ທີ 14 ​ແລະ ສະມາ​ຊິກ​ສະພາ​ປະຊາຊົນ​ແຂວງ ອາຍຸ​ການ 2016 - 2021”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ກຳມະການ​​​ເລືອກ​ຕັ້ງ​ແຂວງ ​​​ໄຕ​ນີງ ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 5 ​ເພື່ອ​ຕີ​ລາຄາ​ຄວາມ​ຄືບ​ໜ້າ​ໃນ​ການ​ເລືອກ​ຕັ້ງ​ຈະ​ມາ​ເຖິງ.

        ກ່ອນ​ໜ້າ​ນັ້ນ, ​ແຕ່​ວັນ​ທີ 21 – 23/3, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ບັກ ​ໄດ້​ລົງກວດກາ​ວຽກ​ງານ​ເລືອກ​ຕັ້ງ​ຢູ່​ແຂວງ ຮ່າ​ຢາງ. ຕາມ​ການ​ຕີ​ລາຄາ​ແລ້ວ, ​ເນື້ອ​ໃນ​ການ​ກະກຽ​ມ​ໃຫ້​ວຽກ​ງານ​ເລືອກ​ຕັ້ງ​ຢູ່​ແຂວງ ຮ່າ​ຢາງ ​ໄດ້​ປະຕິບັດ​ຢ່າງ​ຖືກຕ້ອງ, ຖືກຕາມ​ຂັ້ນ​ຕອນ ​ແລະ ຄວາມ​ຄືບ​ໜ້າ.

 


ຂ່າວ/ບົດ​ອື່ນ