ທ້ອງຖິ່ນຕ່າງໆຜັນຂະຫຍາຍມະຕິສູງກາງພັກຄັ້ງທີ 4 ຢ່າງເລິກເຊິ່ງກ້ວາງຂວາງ

ທ້ອງຖິ່ນຕ່າງໆຜັນຂະຫຍາຍມະຕິສູງກາງພັກຄັ້ງທີ 4 ຢ່າງເລິກເຊິ່ງກ້ວາງຂວາງ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) - ​ໃນ​ລະຫວ່າ​ງວັນ​ທີ 12 ​ແລະ 13/4, ອົງຄະ​ນະ​ພັກ​ແຂວງ ອານ​ຢາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຊາບ​ຊຶມ, ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງທີ 4 ຊຸດ​ທີ 11 ​ແລະ ຄຳ​ສັ່ງ, ຂໍ​້ກຳນົ​ດ, ​ເອກະສານ​ແນະນຳ​ຂອງ​ສູນ​ກາງ, ​ແຜນການດຳ​ເນີນ​ງານ​ຂອງ​ອົງຄະ​ນະ​ພັກ​ຂວາງ ​ໃຫ້ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ, ​ເມືອງ, ນະຄອນ, ພະນັງານ​ພັກ​ກິນ​ເບ້ຍ​ບຳນານ, ພະນັກງານ​ໃນ​ກຳລັງ​ປະກອບ​ອາວຸດ​ເກືອບ 400 ຄົນ.

​ແລະ​ກໍ​ໃນ​ວັນ​ທີ 13/4, ຄະນະ​ໂຄສະນາ​ສຶກສາ​​ອົງຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ​ແລະ ອົງຄະ​ນະ​ພັກ​ນະຄອນ​ດ່າ​ໜັງ ກໍ​ໄດ​້ຈັດ​ຕັ້ງ​ກອງ​ປະຊຸມ​ຮ່ຳຮຽນ, ຊາບ​ຊຶມ​ມະຕິ​ສູງ​ການ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະ​ຈຸ​ບັນ” ​ໃຫ້​ແກ່​ຖັນ​ແຖວ​ປັນຍາ​ຊົນ ​ແລະ ພະນັກງານ​ຫຼັກ​ແຫຼ່ງພັກ​ກິນ​ເບ້ຍ​ບຳນານ.

ຂ່າວ/ບົດ​ອື່ນ