ທ້ອງຖິ່ນຕ່າງໆຮີບເຮັ່ງ ສະຖິຕິຄວາມເສຍຫາຍ ຫລັງພະຍຸ Bebinca

ທ້ອງຖິ່ນຕ່າງໆຮີບເຮັ່ງ ສະຖິຕິຄວາມເສຍຫາຍ ຫລັງພະຍຸ Bebinca - ảnh 1
ພະຍຸ​ Bebinca ກໍ່​ຜົນ​ເສຍ​ຫາຍ​ຢູ່​ທາຍ​ບິງ, ຫາຍ​ຟ່ອງ

(ພາບ:vietnamplus.vn)

(vovworld)-  ​ຕອນ​ຄ່ຳວັນ​ທີ 23/6, ພະຍຸ​ Bebinca ​ໄດ້ພັດ​ເຂົ້າບັນດາ​ແຂວງ​​ແຄມ​ທະ​ເລທາງ​ທິດຕາ​ເວັນ​ອອກ​ຂອງພາກ​ເໜືອ ​ໃຈກາງ​ພະຍຸ​ແມ່ນ​ຢູ່​ແຂວງ​ທາຍ​ບິງ ​ແລະ ນະຄອນ​ຫາຍ​ຟ່ອງ. ພາຍຫລັງທີ່​ພະຍຸ​ຜ່ານ​ໄປ, ​ໄດ້​ເກີ​ດຝົນຕົກ​ໜັກ ​ແລະ ນ້ຳຖ້ວມ. ປະຈຸ​ບັນ​ຢູ່​ແຂວງ​ທາຍ​ບິງ ບໍ່​ທັນ​ມີ​ຄວາມ​ເສຍຫາຍ​ໃດ​ໆ​ໂດຍ​ພະຍຸ​ກໍ່​ຂຶ້ນ. ​ແຂວງ​ທາຍ​ບິງ ພວມ​ມານະ​ພະຍາຍາມ​ຮັກສາ​ເນື້ອ​ທີ່​ນາ 3800 ​ເຮັກຕາ ທີ່ໄດ້ຕົກກ້າ​ແລ້ວ ບໍ່​ໃຫ້​ຖືກ​ນ້ຳຖ້ວມ. ທ່ານ​ນາງ​ກາວ​ທິຫາຍ-ຄະນະຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳຖ້ວມ​ແຂວງ​ທາຍ​ບິງ ​ໃຫ້​ຮູ້​ວ່າ: “​ເນື້ອ​ທີ່​ຕົກກ້າ​ໄດ້​ຮັບ​ການ​ປ້ອງ​ກັນ​ນັບ​ແຕ່​ກ່ອນ​ແລ້ວ. ຄະນະຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳຖ້ວມ​ແຂວງ​​ໄດ້​ຜັນ​ຂະຫຍາຍ​ກຳລັງ, ​ເຄື່ອງ​ວັດຖຸ​ປະກອບ​ໄປ​ຍັງ​ທຸກ​ຫົວໜ່ວຍ​ໃນ​ແຂວງ. ຢູ່​ຫົວໜ່ວຍ​ໃດ, ​ເມືອງ​ໃດ​ກໍ່​ມີ​ຜູ້​ຍາມຕະຫລອດ, ຖ້າ​ຫາກ​ຝົນຕົກ​ກໍ່​​ໃຫ້​ເກີດນ້ຳຖ້ວມ​ຈະ​ຮັບ​ມື​ໂດຍ​ທັນ​ທີ”.

  ຢູ່​ແຂວງ​ນາມ​ດິ້ງ, ຍ້ອນ​ຜົນ​ສະທ້ອນ​ຈາກ​ພະຍຸ ​ໄດ້​ເຮັດ​ໃຫ້​ນ້ຳທະ​ເລຂຶ້ນ​ພາໃຫ້​​ຄັນ​ຄູ​ທະ​ເລ​ຢູ່​ເມືອງ​ຫາຍ​ເຮົ້າ, ຢາວຖູ​ຍ ນັບ​ຮ້ອຍ​ແມັດຖືກ​ເສາະ​ເຈື່ອນ.

  ພະຍຸ Bebinca ​ໄດ້​ເຣັດ​ໃຫ້​ແຂວງ​ເງະ​ອານ ຖືກ​ນ້ຳຖ້ວມ​ຢ່າງ​ໜັກໜ່ວງ. ປະຈຸ​ບັນ, ມີ​ເນື້ອ​ທີ່​ດິນ​ປູກ​ເຂົ້າກ່ວາ 8000 ​ເຮັກຕາ, ພືດ​ສຳຮອງ 550 ​ເຮັກຕາ ​ແລະ ໜອງ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ເກືອບ 40 ​ເຮັກຕາ​ຖືກ​ນ້ຳຖ້ວມ ​ແລະ 2 ຄົນ​ຖືກນ້ຳຖ້ວມ​ຊຸ​ໄປ.

 

 

 

 

 

ຂ່າວ/ບົດ​ອື່ນ