ທ້ອງຖິ່ນຕ່າງໆເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ 2018

(VOVWORLD) -ເດືອນຊາວໜຸ່ມດ້ວຍການເຄື່ອນໄຫວແທດຈິງ ເພື່ອແນໃສ່ເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກ...

ວັນທີ 4 ມີນາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແຂວງ ເຊີນລາ ໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ 2018 ດ້ວຍຫົວຂໍ້ “ຊາວໜຸ່ມ ເຊີນລາ ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ ແລະ ຕົວເມືອງສິວິໄລ. ເດືອນຊາວໜຸ່ມດ້ວຍການເຄື່ອນໄຫວແທດຈິງ ເພື່ອແນໃສ່ເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກ, ມີຫົວຄິດປະດິດສ້າງຂອງຊາວໜຸ່ມໃນການເຂົ້າຮ່ວມ, ປະຕິບັດບັນດາກິດຈະກຳ, ວຽກງານຊາວໜຸ່ມຄື: ກໍ່ສ້າງຊົນນະບົດໃໝ່ ແລະ ຕົວເມືອງສິວິໄລ…”

        ສ່ວນຢູ່ເມືອງຊາຍແດນ ງອັກໂຮ່ຍ (ແຂວງ ກອນຕູມ), ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ກອນຕູມ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວເດືອນຊາວໜຸ່ມປີ 2018 ນັບແຕ່ຕົ້ນເດືອນ ມີນາ 2018 ດ້ວຍຫົວຂໍ້ວ່າ: “ໄວໜຸ່ມປະດິດຄິດສ້າງ”.

ຕອບກັບ

ຂ່າວ/ບົດ​ອື່ນ