ທ້ອງຖິ່ນຕ່າງໆເອົາໃຈໃສ່ ເບີ່ງແຍງດູແລເດັກ ໃນງານບຸນໄຫວ້ພະຈັນ

ທ້ອງຖິ່ນຕ່າງໆເອົາໃຈໃສ່ ເບີ່ງແຍງດູແລເດັກ ໃນງານບຸນໄຫວ້ພະຈັນ  - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົຕີ ຫງວຽນ​ຊວນ​ຟຸກເຂົ້າ​ຮ່ວມ​
“ງານບຸນ​ໄຫວ້​ພະຈັນ” ພ້ອມ​ກັບ​ບັນດາ​​ເຍົາວະ​ຊົນ​ຢູ່​ບ້ານ​ເດັກ SOS)


(vovworld) - ​ເນື່ອງ​ໃນ​ໂອກາດ​ງານ​ບຸນ​ໄຫວ້​ພະຈັນ 2013, ຕອນ​ຄໍ່າ​ວັນ​ທີ 15 ກັນຍາ, ທ່ານ​ຮອງ​ນາຍົກລັດຖະມົຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ ​ແລະ ​ເຂົ້າ​ຮ່ວມ​ “ງານບຸນ​ໄຫວ້​ພະຈັນ” ພ້ອມ​ກັບ​ບັນດາ​​ເຍົາວະ​ຊົນ​ຢູ່​ບ້ານ​ເດັກ SOS ດ່າ​ຫຼາດ, ​ແຂວງ​​ເລີມ​ດົງ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ຍາມ​ໃດ ພັກ ​ແລະ ລັດ ພ້ອມ​ກັບ​ປະຊາຊົນ ກໍ່​ເອົາ​ໃຈ​ໃສ່​ເຖິງ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ໂດຍ​ສະ​ເພາະ​ແມ່ນ​ເດັກນ້ອຍ.

        ດ້ວຍ​ຫົວ​ຂໍ້​ວ່າ “ງານ​ບຸ​ນ​ໄຫວ້​ພະຈັນ​ເຊື່ອມ​ຕໍ່​ຄວາມ​ຮັກ​ແພງ ມຸ່ງ​ໄປ​ເຖິງ​ເດັກນ້ອຍ​ ຊົນ​ເຜົ່າ - ​ເຂດພູດ​ອຍ”, ຕອນ​ຄໍ່າ​ວັນ​ທີ 15 ກັນຍາ, ຢູ່​​ແຂວງຮ່ວາ​ບິ່ງ, ສະມາຄົມ​ປົກ​ປ້ອງ​ສິດ​ຂອງ​ເດັກ​ຫວຽດນາມ ສົມທົບ​ກັບຄະນະ​ກຳມະການ​ຊົນ​ເຜົ່າ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຄະນະ​ກຳ​ມະການ​ປະຊາຊົນ​ແຂວງ​ຮ່ວາ​ບິ່ງ ​ໄດ້​ຈັດ​ພິທີ​ມອບ​ທຶນ​ສຶກສາ 500 ພູດ ​ແລະ ຂອງຂວັນ 1.000 ພູດ ​ໃຫ້​ແກ່​ເດັກ​​ນ້ອຍນັກຮຽນ​ທີ່ທຸກ​ຍາກແຕ່​ຮຽນ​ເກັ່ງ, ນັກຮຽນ​ຊາວຊົນ​ເຜົ່າ, ​ເຂດ​ພູດ​ອຍຂອງ 4 ​ແຂວງຄື: ຮ່ວາ​ບິ່ງ, ​ເຊີນ​ລາ, ຟຸຖໍ້, ​ແທງ​ຮ໋ວາ ​ແລະ ​ເດັກ​ພິການຂອງ​ໂຮງຮຽນ ຫງວຽນ​ດິ່ງ​ຈຽວ (ຮ່າ​ໂນ້ຍ). ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້​ຍ້ອງຍໍ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ​ແຂວງ​ຮ່ວາ​ບິ່ງ ກໍ່​ຄື​ບັນດາ​ວິ​ສາ​ຫະກິດ, ສ່ວນ​ບຸກຄົນ ​ໄດ້ຈັດ​​ຕັ້ງ​ງານບຸນ​ໄຫວ້​ພະ​ເຈັນ ​ໃຫ້​ແກ່​ພວກ​ເດັກ.


ຂ່າວ/ບົດ​ອື່ນ