ທ່ອງທ່ຽວຫວຽດນາມ - ປ່ຽນໃໝ່ເພື່ອພັດທະນາ

(VOVWORLD) -ຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານປະຫວັດສາດ, ມີພື້ນຖານວັດທະນະທຳ, ອາຫານການກິນທີ່ຫຼາຍຮູບຫຼາຍແບບ ແລະ ບັນດາເຂດທິວທັດທຳມະຊາດທີ່ພົ້ນເດັ່ນຢູ່ທົ່ວທຸກແຫ່ງໃນທົ່ວປະເທດ
ທ່ອງທ່ຽວຫວຽດນາມ - ປ່ຽນໃໝ່ເພື່ອພັດທະນາ - ảnh 1(ພາບປະກອບ)

ວັນທີ 10 ພຶດສະພາ, ໜັງສືພິມພາສາອັງກິດ ແຖວໜ້າຂອງໄທ ໄດ້ລົງຄໍລຳ “ຂ່າວເຫດການອາຊີ” ເພື່ອເວົ້າເຖິງບັນດາຄວາມມານະພະຍາຍາມຂອງຂະແໜງທ່ອງທ່ຽວຫວຽດນາມ ຕໍ່ໜ້າບັນດາຜົນກະທົບຈາກໂລກລະບາດໂຄວິດ-19. ໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ ສ້າງຂະແໜງທ່ອງທ່ຽວຄືນໃໝ່”, ຜູ້ຂຽນໄດ້ວາດພາບຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານປະຫວັດສາດ, ມີພື້ນຖານວັດທະນະທຳ, ອາຫານການກິນທີ່ຫຼາຍຮູບຫຼາຍແບບ ແລະ ບັນດາເຂດທິວທັດທຳມະຊາດທີ່ພົ້ນເດັ່ນຢູ່ທົ່ວທຸກແຫ່ງໃນທົ່ວປະເທດ, ຜ່ານນັ້ນໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນໜຶ່ງໃນບັນດາສະຖານທີ່ທີ່ໄດ້ຮັບຄວາມນິຍົມຢູ່ອາຊີຕາເວັນອອກສ່ຽງໃຕ້. ຕາມບົດຂຽນແລ້ວ, ກ່ອນທີ່ຈະເກີດໂລກລະບາດໂຄວິດ-19, ປີ 2019 ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດບັນລຸລະດັບສະຖິຕິດ້ວຍ 18 ລ້ານເທື່ອຄົນ, ຍອດລາຍຮັບຈາກນັກທ່ອງທ່ຽວຢູ່ພາຍໃນປະເທດ ກັບນັກທ່ອງທ່ຽວຕ່າງປະເທດບັນລຸ 32,8 ຕື້ USD. ບົດຂຽນໄດ້ເຈາະຈີ້ມວ່າ, ດ້ວຍບັນດາມາດຕະການຮັບມືກັບໂລກລະບາດໂຄວິດ-19 ຢ່າງແຮງ, ການມີໄຫວພິບຂອງບັນດາທ້ອງຖິ່ນ ກໍຄືບັນດາບັ້ນເຄື່ອນໄຫວດ້ານທ່ອງທ່ຽວຢ່າງເປັນເຈົ້າການຂອງລັດຖະບານ, ຂະແໜງທ່ອງທ່ຽວຫວຽດນາມ ອາດສາມາດຟື້ນຟູໄດ້ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ