ທ່ອງທ່ຽວຫວຽດນາມກ່ຽມພ້ອມໃຫ້ສັບປະດາວັດທະນະທຳທ່ອງທ່ຽວເມື່ອງລໍ່ປີ 2016

ທ່ອງທ່ຽວຫວຽດນາມກ່ຽມພ້ອມໃຫ້ສັບປະດາວັດທະນະທຳທ່ອງທ່ຽວເມື່ອງລໍ່ປີ 2016 - ảnh 1
​ການ​ສະ​ແ​ດງ​ຟ້ອນ​ແຊ່ ບູ​ຮານ
(ພາບ​ປະ​ກອບ: phapluatplus.vn)

(vovworld) - ​ພິ​ທີ​ໄຂ​ສັບ​ປະ​ດາວັດ​ທະ​ນະ​ທຳ, ທ່ອງ​ທ່ຽ​ວ ເມື່ອງ​ລໍ່ ປີ 2016, ຈະ​ດຳ​ເນີນ​ໃນ​ເວ​ລາ 20 ໂມງ, ວັນ​ມີ 17/09, ຢູ່​ແຂວງ​ອຽນ​ບ໋າຍ. ທ່າ​ນ​ນາງ ຮ່​ວາງ​ທິ​ແຮ້ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົ​ນຕາ​ແສງ ເຫງ້ຍ​ໂລ້, ແຂວງ ອຽນ​ບ໋າຍ ໃຫ້​ຮູ້​ວ່າ, ໃນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ແລະ ທ່​ອງ​ທ່ຽວ ຈະ​ມີ​ການ​ເຄື່ອ​ນ​ໄຫວ​ຫຼາຍ​ຢ່າງ​ຄື: ການ​ແຂ່ງ​ຂັ້ນ ແລະ ສະ​ແດງ​ກິ​ລາ​ທີ່​ເປັນ​ມູນ​ເຊື້ອປະ​ເພດ​ຕ່າງໆ, ງານ​ມະ​ໂຫລານ​ຂັບ​ຮ້ອງ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທ ເຂດ​ຕາ​ເວັນ​ຕົກ​ສຽງເໜືອ​ ແລະ ​ລາຍ​ການສະ​ແດງ​ຢູ່​ທ້ອງ​ຖ​ະ​ໜົນ​ດ້ວຍ​ຫົວ​ຂໍ້ “ສີ​ສັນ​ໄຕ​ບັ໋ກ”, ຖະ​ໝົນ​ອາ​ຫານ​ການ​ກິນ… ໃນ​ພິ​ທີ​ໄຂ​ສັບ​ປະ​ດ​າ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽ​ວ ເມື່ອງ​ລໍ່ ປີນີ້ ​ຍັງ​ຈັດ​ພ​ິ​ທີ​ຕ້ອ​ນ​ຮັບ​ນາມ​ມະ​ຍົດ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ແຫ່ງ​ຊາດ ໃຫ້​ສິ​ລະ​ປີ​ຂັບ​ລຳວັດ​ທະ​ນະ​ທຳພື້ນ​ເມືອງ ຮ້ານ​ຄ໋ວນ, ຊົນ​ເຜົ່າຜູ້​ໄທ ເມື່ອງ​ລໍ່ ເຫ້ງຍ​ໂລ້, ພ້ອມ​ກັນ​ນັ້ນ​ແມ່ນ​ການ​ສະ​ແ​ດງ​ຟ້ອນ​ແຊ່ ບູ​ຮານ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສະ​ແດງອາ​ຊີບ ແລະ ສະ​ໝັກ​ຫຼີ້ນ​ກວ່າ 1.000 ຄົນ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ