ທ່ອງທ່ຽວຫວຽດນາມມຸ່ງໄປເຖິງຈຸດໝາຍເປັນຂະແໜງອາຊີບ,ທັນສະໄໝ,ຮັບປະກັນຄຸນນະພາບແລະປະສິດທິຜົນ

ທ່ອງທ່ຽວຫວຽດນາມມຸ່ງໄປເຖິງຈຸດໝາຍເປັນຂະແໜງອາຊີບ,ທັນສະໄໝ,ຮັບປະກັນຄຸນນະພາບແລະປະສິດທິຜົນ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ວິ​ວັດ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ 5 ປີ​ແຫ່ງ​ການ​ພັດ​ທະ​ນາ​ທ່ອ​ງ​ທ່ຽງ​ຫວຽດ​ນາມ, ຜູ້​ຕາງ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ເນັ້ນ​ໜັກ​ວ່າ ຂະ​ແໜງ​ທ່ອງ​ທ່ຽວ​ມີ​ບັນ​ດາ​ທັດ​ສະ​ນະ​ປ່ຽນ​ໃໝ່ “ພັດ​ທະ​ນາ​ຕ​າມ​ທິດ​​ເປັນອາ​ຊີບ, ທັນ​ສະ​ໄໝ, ມີ​ຈຸດ​ສຸມ; ເອົາ​ໃຈ​ໃສ່​ພັດ​ທະ​ນາ​ຕາມ​ລວງ​ເລິກ ຮັບ​ປະ​ກັນ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ, ຢືນ​ຢັນ​ເຄື່ອງໝາຍ​ການ​ຄ້າ ແລະ ຄວາມ​ສາ​ມາດ​ແກ່ງ​ແຍ້ງ. ​ລາຍ​ຮັບ​ຈ​າກ​ການ​ທ່ອງ​ທ່ຽວ​ເຕີບ​ໂຕ​ສະ​ເລ່ຍໃນ​ໄລ​ຍະ​ 2011 – 2015 ບັນ​ລຸ 25%/ປີ. ຕະ​ຫຼາດ​ນັກ​ທ່ອງ​ທ່ຽວ​ໄລ​ຍະ 2011 – 2015 ພັດ​ທະ​ນາ​ເໝາະ​ສົມ​ກັບ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ. ​ໃນໄລ​ຍ​ະ​ຜ່ານ​ມາ, ໂລ​ກ​ມີ​ການ​ຜັນ​ແຜ່​ຫຼາຍ​ຢ່າງ, ຂະ​ແໜງ​ທ່ອງ​ທ່ຽວ​ຖືກ​ຜົນ​ສະ​ທ້ອນ​ຫຼາຍ​ ແຕ່​ອັດ​ຕາ​ນັກ​ທ່ອ​ງ​ທ່ຽວ​ຈາກ​ບັນ​ດາ​ຕະ​ຫຼາດ​ຈຸດ​ສຸມ​ຍັງ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ 2010. ນອກ​ນັ້ນ, ນັບ​ແຕ່​ປີ 2015, ເລື່ອງ​ນຳ​ໃຊ້​ການ​ຍົກ​ເວັ້ນວີ​ຊາ​ໃນ​ເວ​ລາ 15 ວັນ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຝ​ລັ່ງ, ເຢຍ​ລະ​ມັນ, ອັງ​ກິດ… ໄດ້​ປະ​ກອບ​ສ່ວນ​ເພີ່ມຈຳ​ນ​ວນ​ນັກ​ທ່ອງ​ທ່ຽວ​ຈາກ​ບັນ​ດາ​ຕະ​ຫຼາດ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຍຸດ​ທະ​ສາດ ແລະ ເຮັດ​ໃຫ້​ຕະ​ຫຼາດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຫວຽດ​ນາມ ກັບ​ຄືນ​ສູ່​ສະ​ພາບ​ເປັນ​ປົກ​ກະ​ຕິ.

ຂ່າວ/ບົດ​ອື່ນ