ທະນາຄານພັດທະນາ ອາຊີ ຄາດຄະເນເສດຖະກິດ ຫວຽດນາມ ເຕີບໂຕ 5,2%

ທະນາຄານພັດທະນາ ອາຊີ ຄາດຄະເນເສດຖະກິດ ຫວຽດນາມ ເຕີບໂຕ 5,2% - ảnh 1
ພາບປະກອບ

(vovworld) - ​​ແຫຼ່ງຂ່າວ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ຂ່າວ​ປະກາດ​ບົດ​ລາຍ​ງານ​ອັບ​ເດັດ​ແງ່​ຫວັງ​ພັດທະນາ ອາຊີ 2013, ​ໂດຍ​ທະນາຄານ​ພັດທະນາ ອາຊີ (ADB) ຈັດ​ຕັ້ງ​ໃນ​ຕອນ​​ເຊົ້າ​ວັນ​ທີ 2/10, ຢູ່ ຮ່າ​ໂນ້ຍ. ທ່ານ Dominic Mellor, ນັກ​ຊ່ຽວຊານ​ເສດຖະກິດ​ຂອງ ADB ຖື​ວ່າ​: ປີ 2014, ລະດັບ​ການ​ເຕີບ​ໂຕ​ເສດຖະກິດ ຫວຽດນາມ​ຈະ​ໄດ້​ຮັບ​ການ​ປັບປຸງ​ກ່ວາ, ດ້ວຍ​ລະດັບ 5,5%, ຄາດ​ວ່າ​ເງິນ​​ເຟີ້​ໄດ້​ຮັບ​ການ​ດັດ​ປັບ​ໃຫ້ຫລຸດ​ລົງ​ເຫຼືອ​ພຽງ 6,5%. ທ່ານ Dominic Mellor ຮັບ​ຮູ້​ວ່າ​ໃນ​ປີ​ນີ້, ການ​ບໍລິການ​ຂົນ​ສົ່ງ ​ແລະ ອະສັງ​ຫະລິ​ມະຊັບ​ຈະ​ໄດ້​ຮັບ​ການ​ປັບປຸງ​ຫຼາຍກ່ວາ​ເມື່ອ​ທຽບ​ໃສ່​ປີ 2012, ​ແຕ່​ຂະ​ແໜງ​ຂາຍ​ຍ່ອຍ ​ແລະ ຂາຍ​ສົ່ງ​ຈະ​ຫລຸດ​ລົງ. ກະສິກຳ​ເຕີບ​ໂຕ​ຢູ່​ໃນ​ລະດັບ 2,1% ດ້ວຍ​ຜົນ​ສະທ້ອນ​ຂອງ​ລາຄາເຂົ້າສານ​ຕຳ່ ​ແລະ ອາກາດ​ບໍ່​ດີ​ຢູ່​ເຂດ​ປຸກ​ຕົ້ນ​ກາ​ເຟ. ການ​ໃຊ້​ຈ່າຍ​ສ່ວນ​ຕົວຫລຸດ​ລົງ ຍ້ອນ​ສະພາບ​​ບັນດາ​ວິ​ສາ​ຫະກິດ​ປິດ​ປະຕູ ​ແລະ ຫລຸດຜ່ອນ​​ແຮງ​ງານ​ໃນ 2 ປີ​​​ມໍ່ໆ​ມານີ້.

 

ຂ່າວ/ບົດ​ອື່ນ