ທະນາຄານພັດທະນາຫວຽດນາມຕ້ອງແມ່ນອົງການການເງິນທີ່ໝັ້ນຄົງເຂັ້ມແຂງ,ພັດທະນາຢ່າງວ່ອງໄວແລະຍືນຍົງ

ທະນາຄານພັດທະນາຫວຽດນາມຕ້ອງແມ່ນອົງການການເງິນທີ່ໝັ້ນຄົງເຂັ້ມແຂງ,ພັດທະນາຢ່າງວ່ອງໄວແລະຍືນຍົງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້
(ພາບປະກອບ)

(vovworld) –​​ ​ ທະນາຄານ​ພັດທະນາ ຫວຽດນາມ (VDB) ຕ້ອງ​ເຄື່ອນ​ໄຫວ​ເພື່ອ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງປະ​ເທດ. ​ເພື່ອ​ປະຕິບັ​ດ​ໄດ້​ຄື​ດັ່ງກ່າວ, VDB ຕ້ອງ​ເປັນ​ອົງການ​ການ​ເງິນທີ່​ໝັ້ນຄົງເຂັ້ມ​ແຂງ, ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ. ນີ້​ແມ່ນ​ຄຳ​ສັ່ງຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ທີ່​ການ​ເຮັ​ດວຽກ​ກັບ​ທະນາຄານ​ພັດທະນາ ຫວຽດນາມ ​ແລະ ມອບຂໍ້​ຕົກ​ລົງ​ແຕ່ງຕັ້ງ​ປະທານ​ສະພາ​ສະມາຊິກ​ທະນາຄານ ​ໃນ​ຕອນ​ເຊົ້າ​ວັນ​ທີ 06/06. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ VDB ​ແລະ ບັນດາ​ກະຊວງ, ຂະ​​ແໜງ​ການ, ພິ​ເສດ​ແມ່ນ​ກະຊວງ​ການ​ເງິນ ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການ​ປັບປຸບກອບ​ກົດໝາຍ​ໃຫ້​ອົງການ​ແລະ ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ. ກ່ຽວ​ກັບ​ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ, ທ່ານ​ຮອງ​ນາຍົກລັດຖະມົນຕີຖືວ່າ: ທະນາຄານ​ພັດທະນາ ຫວຽດນາມ ຄວນ​ເອົາອັດຕາ​ດອກ​ເບ້ຍສົ້ນ​ເຂົ້າ​ເພື່ອ​ກຳນົດ​ອັດຕາ​ດອກ​ເບ້ຍສົ້ນ​ອອກຕາມ​ທິດ​ເປັນ​ນະ​ໂຍບານ​ບຸລິມະສິດ​ຂອງ​ລັດ​ຢ່າງ​ແທ້​ຈິງ, ພ້ອມກັບ​ເລື່ອງສ້າງ​ຄວາມ​ສະ​ດວກກ່ຽວ​ກັບລະບຽບ​ການ, ​​ແມ່ນ​ຕ້ອງ​ມີ​ການຕິດຕາມ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ບັນດາ​ເຂດ, ບໍລິ​ເວນ, ​ໂຄງການ​ສຳຄັນ​ຂອງ​ປະ​ເທດ​ຊາດ ຕາມ​ຄຳສັ່ງ​ຊີ້​ນຳ​ຂອງ​ລັດ​ຖະບານ, ນາຍົກ​ລັດຖະມົນຕີ. ບົນ​ພື້ນຖານ​ຈິດ​ໃຈ​ນັ້ນ, ທ່ານ​ຮອງນາຍົກ​ລັດຖະມົນ​ຕີ​ສະ​ເໜີ VDB ກວດກາຄືນ​ບັນຊີ​ລາຍ​ຊື່​ໂຄງການ​ໃດທີ່​ໄດ້​ຊົ​ມ​ໃຊ້ລະບອບ​ບຸລິມະສິດນີ້.

 

ຂ່າວ/ບົດ​ອື່ນ