ທະນາຄານສູນກາງ ອັງກິດ ເພີ່ມອັດຕາດອກເບ້ຍຂຶ້ນ 5%

(VOVWORLD) - ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ຖືເລື່ອງຫຼຸດຜ່ອນໄພເງິນເຟີ້ແມ່ນບຸລິມະສິດຂອງລັດຖະບານນິຍົມຮັກສາເດີມ ກ່ອນການເລືອກຕັ້ງທົ່ວປະເທດໃນປີ 2024.
ທະນາຄານສູນກາງ ອັງກິດ ເພີ່ມອັດຕາດອກເບ້ຍຂຶ້ນ 5% - ảnh 1ທະນາຄານສູນກາງ ອັງກິດ
(ພາບ: AFP/TTXVN)

        ວັນທີ 22 ມິຖຸນາ, ທະນາຄານສູນກາງ ອັງກິດ (BoE) ໄດ້ເພີ່ມລະດັບດອກເບ້ຍຕື່ມອີກ 0,5 ຄະແນນ % ແບບກະທັນຫັນ. ນີ້ແມ່ນລະດັບສູງສຸດນັບແຕ່ປີ 2008 ແລະ ແມ່ນການເພີ່ມອັດຕາດອກເບ້ຍລະດັບໃຫຍ່ທີ່ສຸດນັບແຕ່ເດືອນ ກຸມພາ, ໃນສະພາບທີ່ໄພເງິນເຟີ້ ແລະ ເງິນເດືອນເພີ່ມຂຶ້ນສູງກວ່າ. ຕາມຄະນະກຳມະການນະໂຍບາຍເງິນຕາ (MPC) ແລ້ວ, ຂໍ້ມູນຂ່າວຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ ໄພເງິນເຟີ້ຈະສືບຕໍ່ແກ່ຍາວ.

        ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ຖືເລື່ອງຫຼຸດຜ່ອນໄພເງິນເຟີ້ແມ່ນບຸລິມະສິດຂອງລັດຖະບານນິຍົມຮັກສາເດີມ ກ່ອນການເລືອກຕັ້ງທົ່ວປະເທດໃນປີ 2024. ທ່ານ Rishi Sunak ຢາກໃຫ້ສະພາບໄພເງິນເຟີ້ຫຼຸດລົງລະດັບ 5% ໃນທ້າຍປີ, ຫຼື ລົງລະດັບທຽບເທົ່າເຄິ່ງໜຶ່ງເມື່ອທຽບໃສ່ຈຸດເວລາໃນຕົ້ນປີ 2023. ບັນດານັກຊ່ຽວຊານຄາດຄະເນວ່າ ອັດຕາດອກເບ້ຍຢູ່ ອັງກິດ ຈະເພີ່ມຂຶ້ນເຖິງ 6% ໃນທ້າຍປີ 2023 ແລະ ອາດສາມາດຍູ້ພື້ນຖານເສດຖະກິດຕົກເຂົ້າສູ່ສະພາບຖອຍລົງ.

ຕອບກັບ

ຂ່າວ/ບົດ​ອື່ນ