ທະນາຄານແຫ່ງລັດຫວຽດນາມ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2012

ທະນາຄານແຫ່ງລັດຫວຽດນາມ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2012 - ảnh 1
( ພາບປະກອບ )

( vovworld ) -   ຕອນ​ເຊົ້າ​ວັນ​ທີ 7/7, ຢູ່​ຮ່າ​ໂນ້ຍ, ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ທະນາຄານໃນ 6 ​ເດືອນຕົ້ນ​ປີ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ໃນ 6 ​ເດືອນ​ທ້າຍ​ປີ 2012. ​ໃນ 6 ​ເດືອນ​ຕົ້ນ​ປີ 2012 ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ ມີ​ການ​ຊີ້ນຳ​ນຳພາຕະຫຼາດ, ດອກ​ເບ້ຍບໍລິຫານໄດ້​ຫຼຸດ​ລົງ​ຢ່າງ​ໄວ​ແຕ່ 4 – 5%, ​ເໝາະ​ສົມ​ກັບການ​ຜັນ​ແປ​ຂອງ​ວິ​ກິດ​ການ​ໄພ​ເງິນ​ເຟີ້, ​ເສດຖະກິດ​ມະຫາ​ພາກ ​ແລະ ຕະຫຼາດ​ເງິນຕາ. ການຊຳລະ​ເງິນ​ດົງ​ຫວຽດນາມ ຂອງ​ທົ່ວ​ລະບົບ​ໄດ້​ຮັບການ​ຮັບປະກັນ ​ແລະ ທ່າອ່ຽງ​ໄດ້​ຮັບ​ການ​ປັບປຸງ​ດີກ​ວ່າ​ເມື່ອ​ທຽບ​ໃສ່​ທ້າຍ​ປີ 2011 ຍ້ອນ​ການ​ລະດົມ​ທຶນ​ໄດ້​ເພີ່ມ​ຂຶ້ນ​ສູງ. ພິ​ເສດພາຍຫຼັງ​ 6 ​ເດືອນທີ່ຜັນ​ຂະຫຍາຍ​​ການ​ສ້າງໂຄງ​ປະກອບ​ລະບົບ​ບັນດາ​ອົງການ​ສິນ​ເຊື່ອຄືນ​ໃໝ່ຢ່າງ​ຂ້ຽວ​ຂາດ, ຄວາມ​ສຽງ​ຂອງ​ລະບົບ​ໄດ້​ຮັບ​ການ​ຄວບ​ຄຸມ​​, ​ໄພ​ລົ້​ມລະລາຍ​ຂອງ​ລະບົບ​ຖືກ​ຍູ້​​ໃຫ້ຖອຍ​ໄປເທື່ອ​ລະ​ກ້າວ. ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ Nguyen Van Binh ​ໄດ້​ຢືນຢັນ​ວ່າ.

        “​ໃນ 6 ​ເດືອນ​ທີ່​ຜ່ານ​ມາ, ພວກ​ເຮົາ​​ໄດ້ປັບປຸງຄວາມ​ສາມາດຊຳລະ​ຂອງ​ລະບົບ​ທະນາຄານ​ຢ່າງ​ຕັ້ງໜ້າ. ບົນ​ພື້ນຖານ​ນັ້ນ ສ້າງ​ພື້ນຖານ​ກີດຂວາງການ​ລົ້ມ​ລະລາຍ​ຂອງ​ບັນດາອົງການ​ສິນ​ເຊື່ອ​. ບັນດາ​ອົງການ​ສິນ​ເຊື່ອ​ທີ່​ອ່ອນ​ດ້ອຍ​ໄດ້​ຮັບ​ການ​ຄວບ​ຄູ​ມຢ່າງ​ເຄັ່ງ​ຄັດ ​ແລະ ​ມີ​ເງື່ອນ​ໄຂ​ສ້າງອົງ​ປະກອບ​ແຫຼ່ງທຶນ​ຂອງ​ຕົນ​ ​ເພື່ອ​​ເຮັດ​ໃຫ້​ສະພາບ​ການ​ເງິນ​ເປັນ​ປົກກະຕິ​ເທື່ອ​ລະ​ກ້າວ ”

ຂ່າວ/ບົດ​ອື່ນ