ທະນາຄານໂລກຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດທົ່ວໂລກ

ທະນາຄານໂລກຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດທົ່ວໂລກ - ảnh 1
ພາບປະກອບ

(vovworld) – ວັນ​ທີ 6/1, ທະນາຄານ​ໂລກ (WB) ​ໄດ້​ຫລຸດ​ລະດັບຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດຖະກິດ​ທົ່​ວ​ໂລກ​ປີ 2016 ລົງ​ເຫຼື​ອພຽງ 2,9%, ຕ່​​ຳກ່ວາ 0,4% ​ເມື່ອ​ທຽບ​ໃສ່​ລະດັບ​ຄາດ​ຄະ​​ເນ​ເຊິ່ງອົງການ​ດັ່ງກ່າວ​ຍົກ​ອອກ​ມາ​​ເມື່ອ​ເດືອນ 6/2015. ທະນາຄານ​ໂລກ​ກໍຄາດຄະ​ເນ​ວ່າ: ​ໃນ​ປີ 2016, ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຈະມີ​ລະດັບເຕີບ​ໂຕ 4,8%, ​ໃນ​ຂະນະ​ທີ່ ອາ​ເມ​ລິ​ກາ ​ແລະ ​ພາກ​ພື້ນ​ທີ່​ໃຊ້​ສະກຸນ​ເງິນ​​ເອີ​​ໂຣລວມ​ຈະ​ເຕີບ​ໂຕ​ຕາມ​ລຳດັບ​ແມ່ນ 2,7% ​ແລະ 1,7%.

        ສາຍ​ເຫດ​ທີ່ພາ​ໃຫ້​ທະນາຄານ​ໂລກ​ຫລຸດລະດັບ​ຄາ​ດຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ທົ່ວ​​ໂລກ​ປີ 2016 ​ລົງ​ແມ່ນ​ຍ​້ອນການ​ເຕີບ​ໂຕ​​ຢູ່​ບັນດາ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ບໍ່​ບັນລຸ​ໄດ້​ລະດັບ​​ເທົ່າ​ທີ່​ຄວນຄື ຈີນ ​ແລະ ບຣາຊິນ. ຕາມ​ຂໍ້​ສັງ​ເກດ​ຂອງ WB ​ແລ້ວ, ພື້ນຖານ​ເສດຖະກິດ ຈີນ ຈະ​ເຕີບ​ໂຕ​ຢູ່​ໃນ​ລະດັບ 6,7% ​ໃນ​ປີ 2016, ຕຳ່​ກ່ວາ​ເມື່ອ​ທຽບ​ໃສ່ກັບ​ລະດັບ 6,9% ​ໃນ​ປີ 2015.


ຂ່າວ/ບົດ​ອື່ນ