ທະນາຄານໂລກຮັບຮອງເອົາບ້ວງສິນເຊື່ອ 100 ລ້ານ USD ໜູນຊ່ວຍ ຫວຽດນາມ ຫລຸດຜ່ອນຄວາມທຸກຍາກ

ທະນາຄານໂລກຮັບຮອງເອົາບ້ວງສິນເຊື່ອ 100 ລ້ານ USD ໜູນຊ່ວຍ ຫວຽດນາມ ຫລຸດຜ່ອນຄວາມທຸກຍາກ - ảnh 1
(ພາບປະກອບ)

(vovworld) – ​ທະນາຄານ​ໂລກ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ ຄະນະ​ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ຂອງ​ທະນາຄານ​ໂລກ ​ໄດ້​ຮັບຮອງ​ເອົາ​ບ້ວງ​​ສິນ​ເຊື່ອ​ເພີ່ມ​ເຕີມ 100 ລ້ານ USD ​ໃຫ້​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່ 6 ​ແຂວງ​​ເຂດ​ພູດ​ອຍທາງ​ທິດ​ເໜືອ ​ເຊິ່ງລວມມີ: ຮ່ວາ​ບີ່​ງ, ​ເຊີນ​ລາ, ດ້ຽນບຽນ, ລາຍເຈົາ, ລ່າວ​ກາຍ, ອຽນ​ບ໋າ​ຍ ​ເພື່ອ​ແນ​ໃສ່ໜູນ​ຊ່ວຍ​ປັບປຸງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ. ບ້ວງ​ການ​ເງິນ​ເພີ່ມ​ເຕີມ​ດັ່ງກ່າວ​ຈະ​ປະກອບສ່ວນ​​ເຂົ້າໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ລັດຖະບານ​ຜ່ານ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ອຳ​ນາດ​ການ​ປົກຄອງ ​ແລະ ວົງ​ຄະນະ​ຍາດ​ທ້ອງ​ຖິ່ນ, ​ເພີ່ມ​ທະວີ​​ສຳ​ພັດ​ກັບ​ການ​ລົງທຶນ, ປັບປຸງ​ສະມັດ​ຕະພາບ​ການ​ອອກ​ແຮງ​ງານ, ຍົກ​ສູງ​ຄວາມ​ສາມາດ​ສ້າ​ງ​ແຜນການລົງທຶນ​ວົງ​ຄະນະ​ຍາດ, ​ເພີ່ມ​ທະວີການ​ເຊື່ອມ​ຈອດ​ກັບ​ຕະຫຼາດ ​ແລະ ​ຫົວຄິດ​ປະດິດ​ສ້າງ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ໃຫ້​ບັນດາ​ວົງ​ຄະນະ​ຍາດ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ໂຄງການ. ​ໂຄງການ​ດັ່ງກ່າວ​ຈະ​ສຸມ​ໃສ່​ເປີດ​ກ້ວາງການໜູນ​ຊ່ວຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຢູ່ 6 ​ແຂວງ​ທີ່ໄດ້​ຮັບ​ການ​ລົງທຶນ ພ້ອມ​ທັງ​ເປີດ​ກ້ວາງ​ຕື່ມ​ອີກ​ຢູ່​ບັນດາ​ເມືອງ ​ແລະ ວົງ​ຄະນະ​ຍາດ​​ໃໝ່​. ໂຄງການດັ່ງກ່າວ​ກໍ່​ຈະ​ເພີ່ມ​ທະວີ​ກ​ຳລັງ​ຄວາມ​ສາມາດ​ການ​ສ້າງ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ທ້ອງ​ຖິ່ນ, ຍູ້​​ແຮງການ​ເຂົ້າ​ຮ່ວມຂອງ​ວົງ​ຄະນະ​ຍາດ​ເຂົ້າ​ລາຍການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແຫ່ງ​ຊາດ​ຂອງ​ລັດຖະບານ ດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ບັນດາ​ກຸ່ມ​ຄອບຄົວ​ກະສິກຳ ​ແລະ ບັນດາ​ວິ​ສາ​ຫະກິດ​ກະສິກຳ.

ຂ່າວ/ບົດ​ອື່ນ