ທະນາຄານໂລກເລີ່ມຕົ້ນວິວັດການ ຄັດເລືອກປະທານຄົນໃໝ່

ທະນາຄານໂລກເລີ່ມຕົ້ນວິວັດການ ຄັດເລືອກປະທານຄົນໃໝ່ - ảnh 1
ພາບປະກອບ
( vovworld ) –ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ລາຍ​ງານ​ວ່າ: ບັນດາ​ເຈົ້າໜ້າ​ທີ່​ຂອງ​ທະນາຄານ​ໂລກ​ປະກາດ​ວ່າ​ຈະແຕ່ງຕັ້ງປະທານ​ຄົນ​ໃໝ່​ຂອງ​ອົງການ​ໃຫ້​ກູ້​ຢືມ​ການ​ເງິນ​ທົ່ວ​ໂລກ​ນີ້​ໃນ​ເດືອນ 4 ທີ່​ຈະ​ມາ​ເຖິງ. ​ໃນ​ໄລຍະທີ່​ຜ່ານ​ມາ, ທ່ານ Robert Zoellick ປະທານ​ທະນາຄານ​ໂລກ​ປະກາດ​ວ່າ ທ່ານ​ຈະ​ລາອອກ​ຈາກ​ຕຳ​ແໜ່​ງນີ້ ​ເມື່ອ​ສິ້ນ​ສຸດ​ອາຍຸ​ການ​ໃນ​ທ້າຍ​ເດືອນ 6, ສະນັ້ນ, ທະນາຄານ​ໂລກ​ຕ້ອງ​ຊອກ​ຫາ​ປະທານ​ຄົນໃໝ່​ແທນ​ໃຫ້​ທ່ານ. ຕາມ​ທຳນຽມ​ແລ້ວ, ປະທານທະນາຄານ​ໂລກ​ຍາມ​ໃດ​ກໍ​ແມ່ນ​ຊາວ​ອາ​ເມ​ລິ​ກາ ​ແລະ ​ຜູ້ອຳນວຍການ​ໃຫ່ຍກອງ​ທຶນ​ເງິນຕາ​ສາກົນ​ແມ່ນ​ຊາວ​ເອີ​ລົບ​ຮັບຜິດຊອບ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະ​ຈຸ​ບັນ, ບັນດາ​ປະ​ເທດ​ພວມ​ພັດທະນາ ແລະ ນັກ​ໄຈ້​ແຍກ​ຈຳນວນ 1 ພວມ​ຮຽກຮ້ອງ​ໃຫ້​ທະນາຄານ​ໂລກ ຈົ່ງ​ມີ​ນະ​ໂຍບາຍ​​ເປີດ​ກ້ວາງ​ກ່ວາ​ອີກ ​ເພື່ອ​ໃຫ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຢູ່​ປະ​ເທດ​ຕ່າງໆ ສາມາດ​ດຳລົງ​ຕຳ​ແໜ່​ງນີ້.
ຂ່າວ/ບົດ​ອື່ນ