ທະນາຄານໂລກໜູນຊ່ວຍຫວຽດນາມປັບປຸງ,ຍົກສູງຄວາມປອດໄພຢູ່ບັນດາຝາຍຊົນລະປະທານ

ທະນາຄານໂລກໜູນຊ່ວຍຫວຽດນາມປັບປຸງ,ຍົກສູງຄວາມປອດໄພຢູ່ບັນດາຝາຍຊົນລະປະທານ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 16/12 ທະນາ​ຄານ​ໂລກ​ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຄະນະ​ຜູ້ອຳນວຍການ​ຝ່າຍບໍລິຫານ​ກຸ່ມ​ທະນາ​ຄານ​ໂລກ ຫາ​ກໍ່​ຮັບ​ຮອງ​ເອົາບ້ວງ​ເງິນ​ສິນ​ເຊື່ອໜູນ​ຊ່ວຍ​ ຫວຽດນາມ ທີ່ມີ​ມູນ​ຄ່າ 415 ລ້ານ USD. ຕາມ​ນັ້ນ​ແລ້ວ, ຊາວ ຫວຽດນາມ ປະມານ 6,8 ລ້ານ​ຄົນ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຈາກ​ການ​ປັບປຸງ, ຍົກລະດັບ​ຄວາມ​ປອດ​ໄພ​ໃຫ້​ຝາຍ​ຊົນລະປະທານ​ປະມານ 450 ​ແຫ່ງ. ນອກຈາກ​ນັ້ນ ປະມານ 2,7 ລ້ານ​ຄົນ​ພວມ​ດຳລົງ​ຊີວິດຂຶ້ນ​ກັບ​ເຂດຝາຍ​ຊົນລະປະທານ​ນີ້, ຕົ້ນຕໍ​ແມ່ນ​ຜ່ານ​ການຜະລິດ​ກະສິກຳ​ ​ແລະ ການ​ປະມົງ, ສະໜອງ​ນ້ຳ …ຄຽງ​ຂ້າງ​ການ​ປັບປຸງຝາຍ, ​ໂຄງການ​ກໍ​ໜູນ​ຊ່ວຍ​ລັດຖະບານ ຫວຽດນາມ ປະຕິບັດ​ຂອບ​ເຂດ​ທີ່​ມີ​ຄວາມໝັ້ນຄົງ ​ເພື່ອ​ຮັບ​ປະກັນ​ຄວາມ​ປອດ​ໄພ​​ໃຫ້​ຝາຍ​ຊົນລະປະທານ​ທົ່ວລະບົບ​ ​ໂດຍ​ຜ່ານມາດຕະຖານດ້ານ​ເຕັກນິກ ​ແລະ ການ​ຄຸ້ມ​ຄອງ, ລະບຽບຫລັກການ, ​ແນະນຳ ​ແລະ ​ແຜນ​ຕຳລາ​ນຳ​ໃຊ້​ໃນ​ທົ່ວ​ລະບົບຝາຍ​ຊົນລະປະທານ.

ຂ່າວ/ບົດ​ອື່ນ