ທະ​ວີ​ຄູນ​ບັນ​ດາ​ຂະ​ບວນ​ການ​ແຂ​່ງ​ຂັນ​ທີ່​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງສືບຕໍ່ບຸລະນະຈັດຕັ້ງກົງຈັກປະຕິບັດການແຂ່ງຂັນ, ຍ້ອງຍໍຊົມເຊຍໃຫ້ສົມບູນແບບຕາມທິດສະຖຽນລະພາບ, ເປັນເອກະພາບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ກະທັດລັດ, ມີປະສິດທິຜົນ.
ທະ​ວີ​ຄູນ​ບັນ​ດາ​ຂະ​ບວນ​ການ​ແຂ​່ງ​ຂັນ​ທີ່​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1ກອງປະຊຸມປະຈຳໄລຍະຂອງສະພາແຂ່ງຂັນ - ຍ້ອງຍໍຊົມເຊຍສູນກາງ (ພາບ: VGP)

ຕອນບ່າຍວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ສະພາແຂ່ງຂັນ - ຍ້ອງຍໍຊົມເຊຍສູນກາງຈັດກອງປະຊຸມປະຈຳໄລຍະ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາແຂ່ງຂັນ - ຍ້ອງຍໍ ຊົມເຊຍສູນກາງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        ຍູ້ແຮງວຽກງານໂຄສະນາ, ທະວີຄູນບັນດາຂະບວນການແຂ່ງຂັນຢ່າງແທດຈິງ ແລະ ມີປະສິດທິຜົນ, ບັນດາຮູບແບບ, ແບບຢ່າງທີ່ກ້າວໜ້າ, ແບບຢ່າງວຽກດີຄົນເດັ່ນ. ຍົກສູງຄຸນນະພາບ, ປ່ຽນແປງໃໝ່ການເຄື່ອນໄຫວຂອງ ສະພາແຂ່ງຂັນ - ຍ້ອງຍໍຊົມເຊຍທຸກຂັ້ນ, ພິເສດແມ່ນເສີມຂະຫຍາຍບົດບາດຄວາມຮັບຜິດຊອບຂອງບັນດາສະມາຊິກສະພາທຸກຂັ້ນ.

        ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງສືບຕໍ່ບຸລະນະຈັດຕັ້ງກົງຈັກປະຕິບັດການແຂ່ງຂັນ, ຍ້ອງຍໍຊົມເຊຍໃຫ້ສົມບູນແບບຕາມທິດສະຖຽນລະພາບ, ເປັນເອກະພາບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ກະທັດລັດ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ