ທະຫານກະບົດລອບຈັບຕົວລູກເຮືອອິນໂດເນເຊຍຢູ່ພາກໃຕ້ຟີລິບປິນ

ທະຫານກະບົດລອບຈັບຕົວລູກເຮືອອິນໂດເນເຊຍຢູ່ພາກໃຕ້ຟີລິບປິນ - ảnh 1
ກຸ່ມ​ກໍ່​ການ​ຮ້າຍ Abu Sayyaf
(ພາບ: jakartagreater.tumblr.com)

(vovworld) –  ວັນ​ທີ 28/3, ​ແຫຼ່ງຂ່າວ​ການ​ທະຫານ​ໃຫ້​ຮູ້​ວ່າ: ລູກ​ເຮືອ ອິນ​ໂດ​ເນ​ເຊຍ 10 ຄົນ ທີ່​ໄດ້​ຮັບ​ຖື​ວ່າ​ຖືກ​ກຸ່ມ​ກໍ່​ການ​ຮ້າຍ Abu Sayyaf ລອບ​ຈັບ​ຕົວ​ຢູ່ນອກ​ຝັ່ງ​ທະ​ເລ​ແຂວງ Tawi – tawi, ທາງ​ພາກ​ໃຕ້ ຟີ​ລິບ​ປິນ. ​ແຫຼ່ງຂ່າວ​ດັ່ງກ່າວ​ບໍ່ໄດ້​ເວົ້າ​ແຈ້ງ​ກ່ຽວ​ກັບເວລາ​ເກີດ​ການ​ລອບຈັບ​ຕົວ, ​ແຕ່​ກອງທັບ​ໄດ້​ຮັບ​​ຂ່າວ​ດັ່ງກ່າວ​​ໃນຕອນ​ບ່າຍ​ວັນ​ທີ 28/3. ກຳ່​ປັ່ນ​ຂົນ​ສົ່ງ​ບັນດາ​ລູກ​ເຮືອ​ຖືກ​ກຸ່ມ​ທະຫານ​ກະບົດ​ຄວບ​ຄຸມ ​ເມື່ອ​ພວມ​ເດີນ​ທະ​ເລ​ຈາກ ອິນ​​ໂດ​ເນ​ເຊຍ ​ເຖິງ ມາ​ນີລາ. ໜຶ່ງ​ໃນ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ໄດ້​ໂທລະສັບ​ປະກາດ​ວ່າ​ເຂົາ​ເຈົ້າ​ພວມ​ຖືກ​ກຸ່ມ Abu Sayyaf ລອບ​ຈັບ​ຕົວ ​ແລະ ກຸ່ມ​ທະຫານ​ກະບົດ​ດັ່ງກ່າວ​ຮຽກຮ້ອງ​ເອົາ​ເງິນ​ແລກ​ຄ້າ​ໄຖ່ ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ອຳນາດ​ການ​ປົກຄອງ​ປະຈຳ​ຖິ່ນ​ໄດ້​ພົບ​ເຫັນ​​ເຮືອຈັກລຳ​ໜຶ່ງ​ຢູ່​ເກາະ Languyan ຂຶ້ນ​ກັບແຂວງ Tawi – tawi.


ຂ່າວ/ບົດ​ອື່ນ