ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຮັບ​ຫຼຽນ​ໄຊວິ​ລະ​ກຳຊັ້ນ​ໜຶ່ງ

(VOVWORLD) -ທ່ານພົນໂທ ຮວ່າງຊວັນຈຽນ ຮັບຮູ້ ແລະ ສະແດງຄວາມຍ້ອງຍໍຊົມເຊີຍວິລະກຳ ແລະ ຜົນງານດີເດັ່ນຂອງກຳລັງທະຫານປ້ອງກັນຊາຍແດນໃນໄລຍະຜ່ານມາ, ປະກອບສ່ວນເຂົ້າໃນພາລະກິດຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນຂອງປະເທດຊາດຢ່າງໝັ້ນຄົງ, ສົມກັບມູນເຊື້ອຂອງກົມກອງວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ສົມກັບລາງວັນອັນສູງສົ່ງເຊິ່ງພັກ, ລັດ ໄດ້ມອບໃຫ້.
ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຮັບ​ຫຼຽນ​ໄຊວິ​ລະ​ກຳຊັ້ນ​ໜຶ່ງ - ảnh 1ພິທີປະດັບຫຼຽນໄຊໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນແມ່ນທະຫານປ້ອງກັນຊາຍແດນ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານປ້ອງກັນຊາຍແດນຄົບຮອບ 63 ປີ (03/03/1959 – 3/3/2022) ແລະ ວັນທົ່ວປວງຊົນປ້ອງກັນຊາຍແດນ ຄົບຮອບ 33 ປີ (3/3/1989 – 03/03/2022), ຕອນເຊົ້າວັນທີ 03 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຮວ່າງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີປະດັບຫຼຽນໄຊໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນແມ່ນທະຫານປ້ອງກັນຊາຍແດນ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່.

        ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວັນຈຽນ ຮັບຮູ້ ແລະ ສະແດງຄວາມຍ້ອງຍໍຊົມເຊີຍວິລະກຳ ແລະ ຜົນງານດີເດັ່ນຂອງກຳລັງທະຫານປ້ອງກັນຊາຍແດນໃນໄລຍະຜ່ານມາ, ປະກອບສ່ວນເຂົ້າໃນພາລະກິດຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບຢູ່ເຂດຊາຍແດນຂອງປະເທດຊາດຢ່າງໝັ້ນຄົງ, ສົມກັບມູນເຊື້ອຂອງກົມກອງວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ສົມກັບລາງວັນອັນສູງສົ່ງເຊິ່ງພັກ, ລັດ ໄດ້ມອບໃຫ້.

        ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮວ່າງຊວັນຈ໊ຽນ ກໍຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ກຳລັງທະຫານປ້ອງກັນຊາຍແດນສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດປົກປັກຮັກສາຊາຍແດນແຫ່ງຊາດ ແລະ ກົດໝາຍວ່າດ້ວຍການປ້ອງກັນຊາຍແດນ ຫວຽດນາມ ຢ່າງຄົບຊຸດ ແລະ ມີປະສິດທິຜົນ; ສືບຕໍ່ປັບປຸງຮາກຖານການເມືອງຢູ່ບໍລິເວນທີ່ສັບສົນ, ປະຕິບັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍ ແລະ ປຸກລະດົມຂະບວນມະຫາຊົນ, ປະຊາຊົນ ມີສ່ວນຮ່ວມໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ