ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ບ່າ​ເ​ຣ້ຍ-ຫວູງ​ເຕົ່າ ມອບສົ່ງລູກ​ເຮືອ​ຊາວ ຟີ​ລິບ​ປີນ ກັບ​ເມືອ​ປະ​ເທດ

(VOVWORLD) -ຕອນບ່າຍວັນທີ 16 ເມສາ, ກອງພັນທະຫານເຮືອປ້ອງກັນຊາຍແດນ 2, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ບ່າເຣ້ຍ-ຫວູງເຕົ່າ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດ ຈັດຕັ້ງພິທີມອບສົ່ງລູກເຮືອ Joseph Monle Truyo, ສັນຊາດ ຟີລິບປີນ, ເກີດປີ 1991, ຖືກເຄາະຮ້າຍຢູ່ທະເລມາໃຫ້ສະຖານກົງສູນໃຫຍ່ ຟີລິບປີນ ປະຈຳນະຄອນ ໂຮ່ຈີມິນ.
ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ບ່າ​ເ​ຣ້ຍ-ຫວູງ​ເຕົ່າ ມອບສົ່ງລູກ​ເຮືອ​ຊາວ ຟີ​ລິບ​ປີນ ກັບ​ເມືອ​ປະ​ເທດ - ảnh 1ທ່ານພົນຕີເຈີ່ນງອກຕັງສົ່ງຂໍ້ຕົກລົງໃຫ້ແກ່ ຜູ້ຕາງໜ້າສະຖານກົງສູນໃຫຍ່ ຟີລິບປີນ

ທີ່ພິທີ, ຜູ້ຕາງໜ້າສະຖານກົງສູນໃຫຍ່ ຟີລິບປີນ ໄດ້ຕາງໜ້າໃຫ້ສະຖານທູດ ຟີລິບປີນ ປະຈຳ ຫວຽດນາມ ສົ່ງຄຳຂອບໃຈຢ່າງຈິງໃຈມາຍັງອຳນາດການປົກຄອງແຂວງ ບ່າເຣ້ຍ-ຫວູງເຕົ່າ ແລະ ທະຫານປ້ອງກັນຊາຍແດນແຂວງທີ່ໄດ້ເບິ່ງແຍງດູແລ, ຊ່ວຍເຫຼືອລູກເຮືອ Joseph Monle Truyo ໃນຊຸມວັນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ