ທະຫານປະສົມຊະອຸດີອາຣາເບຍຖະແຫຼງພ້ອມກັບອາເມລິກາສືບສວນເຫດບຸກໂຈມຕີທາງອາກາດຢູ່ Yemen

ທະຫານປະສົມຊະອຸດີອາຣາເບຍຖະແຫຼງພ້ອມກັບອາເມລິກາສືບສວນເຫດບຸກໂຈມຕີທາງອາກາດຢູ່ Yemen - ảnh 1
​ເຫດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດແນ​່​ໃສ່​ງານ​ສົບ​ຢູ່​ນະ​ຄ​ອນ​ຫຼວງ Sanaa
(ພາບ: EPA/ TTXVN)

(vovworld) - ​​​ ​ວັນ​ທີ 09/10, ທະ​ຫານ​ປະ​ສົມໂດຍ ຊະ​ອຸ​ດີ​ອາ​ຣາ​ເບຍ ນຳ​ໜ້າ ໄດ້​ຖະ​ແຫຼງ​ພ້ອມ​ກັບ​ບັນ​ດາ​ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ ເປີດ​ການ​ສືບ​ສວນ​ໂດຍ​ທັ​ນ​ທີ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ແນ​່​ໃສ່​ງານ​ສົບ​ຢູ່​ນະ​ຄ​ອນ​ຫຼວງ Sanaa ຢູ່ Yemen ກ່ອນນັ້ນ 1 ວັນ ​ທີ່ເຮັດ​ໃຫ້​ກວ່າ 140 ຄົນ​ເສ​ຍ​ຊີ​ວິດ ແລະ 525 ຄົນ​ຖືກ​ຮັບບາດ​ເຈັບ. ຖະ​ແຫຼງ​ການ​ຊີ້​ແຈ້ງວ່າ, ພັ​ນ​ທະ​ມິດ​ພ້ອ​ມ​ແລ້ວ​ທີ່​ຈະ​ສະ​ໜອງ​ໃຫ້​ກຸ່ມ​ສືບ​ສວນ​ບໍ່​ວ່າ​ຂໍ້​ມູນ​ຂ່າວ​​ສານໃດໆ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາບັ້ນ​ຮົບ​ຢູ່​ເຂດ​ເກີດ​ເຫດ​ການ ແລະ ບັນ​ດາ​ເຂດ​ອ້ອມ​ຂ້າງ. ກ່ອນ​ໜ້ານັ້ນ, ເວັບ​ໄຊ​ເອ​ລັກ​ໂຕ​ນິກ​ສະ​ໜັບ​ສະ​ໜູນທະ​ຫານ​ກະ​ບົດ Houthi sabanews.net ໄດ້​ກ່າວ​ຫາ​ບັນ​ດາ​ເຮືອ​ບິນ​ຂອງ​ທະ​ຫານ​ປະ​ສົບ ອາ​ຣັບ ​ເຊິ່ງໄດ້​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ໃສ່​ເຂດ​ພາກ​ໃຕ້ Sanaa, ເຊິ່ງ​ແມ່ນ​ແຫ່ງ​​ທີ່​​ມີນັບ​ຮ້ອຍ​ຄົນ​ພວມ​ເຂົ້າ​ຮ່ວມ​ພິ​ທີງານ​ສົບ​ຂອງ​​ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ການ​ຊວງ​ພາຍ​ໃນ​ທີ່​ຈົ່ງ​ຮັກ​ພັກ​ດີ​ກັບ​ພວກ​ກະ​ບົດ Houthi Jalal al Ruwaishan. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ບຸກ​ໂຈ​ມ​ຕີ​ທາງ​ອາກດ​ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຫຼາຍ​ກວ່າ​ໝູ່ ນັບ​ແຕ່​ພັນ​ທະ​ມິດ​ການ​ທະ​ຫານ ອາ​ຣັບ ດຳ​ເນີນ​ການ​ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ​ຕ້ານ​ພວກ​ກະ​ບົດ Houthi ຢູ່ Yemen ເມື່ອ​ເດືອນ 03/2015.

ຂ່າວ/ບົດ​ອື່ນ