ທະຫານປະສົມອາຣັບ ບຸກໂຈມຕີບັນດາລະບົບປ້ອງກັນອາກາດຂອງ Houthi

(VOVWORLD) -ກຳລັງທະຫານປະສົມໂດຍ ຊະອຸດີ ອາຣາເບຍ ນຳໜ້າຢູ່ເຢແມນ ໄດ້ບຸກໂຈມຕີໃສ່ບັນດາສະຖານທີ່ດ້ານການທະຫານຢູ່ນະຄອນຫຼວງ Sanaa, ເຢແມນ ທີ່ພວມຢູ່ໃຕ້ການຄວບຄຸມຂອງພວກກະບົດ Houthi, ໃນນັ້ນມີບັນດາລະບົບປ້ອງກັນອາກາດ.
ທະຫານປະສົມອາຣັບ ບຸກໂຈມຕີບັນດາລະບົບປ້ອງກັນອາກາດຂອງ Houthi - ảnh 1 (ພາບປະກອບ: THX/TTXVN)

ວັນທີ 15 ມິຖຸນາ, ໂທລະພາບແຫ່ງຊາດ ຊະອຸດີ ອາຣາເບຍ ໃຫ້ຮູ້ວ່າ, ບັນດາເຫດບຸກໂຈມຕີໄດ້ດຳເນີນພາຍຫຼັງກຳລັງ Houthi ຍິງລູກສອນໄຟໃສ່ສະໜາມບິນ Abha ຂອງ ຊະອຸດີ ອາຣາເບຍ ໃນວັນທີ 12 ມິຖຸນາ, ເຊິ່ງເຮັດໃຫ້ 26 ຄົນຖືກບາດເຈັບ. ວັນທີ 14 ມິຖຸນາ, ກຳລັງປ້ອງກັນອາກາດຂອງ ຊະອຸດີ ອາຣາເບຍ ໄດ້ສະກັດຍິງເຮືອບິນບໍ່ມີຄົນຂັບ 5 ລຳຂອງພວກກະບົດ Houthi ແນໃສ່ສະໜາມບິນ Abha ແລະ ນະຄອນ Khamis Mushait.

ຕອບກັບ

ຂ່າວ/ບົດ​ອື່ນ