ທ້າຍງວຽນຈັດການເຄື່ອນໄຫວຫຼາຍຢ່າງເພື່ອ ສະເຫຼີມສະຫຼອງ 60 ປີ ແຫ່ງ ”ໄຊຊະນະດ້ຽວບຽນຝູ”

ທ້າຍງວຽນຈັດການເຄື່ອນໄຫວຫຼາຍຢ່າງເພື່ອ ສະເຫຼີມສະຫຼອງ 60 ປີ ແຫ່ງ ”ໄຊຊະນະດ້ຽວບຽນຝູ” - ảnh 1
ການປະຊຸມຂ່າວໃນວັນທີ 11/4
(ພາບ: Thanh Tùng/TTXVN)

(vovworld) – ​ມຸ່ງ​ໄປ​ສູ່​ການ​ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ໄຊຊະນະ​ດ້ຽວບຽນ​ຝູ (7/5/1954-7/5/2014), ວັນ​ທີ 11/4, ຄະນະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ໄຊຊະນະ​ດ້ຽວບຽນ​ຝູ​ ແຂວງ​ທ້າຍ​ງວຽນ ​ໄດ້​ຮັບຮອງ​ເອົາ​ແຜນການ, ລາຍການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ທີ່​ມີ​ຄວາມ​ໝາຍ, ​ແທດ​ຈິງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ພິ​ເສດ​ນີ້. ຈຸດ​ພົ້ນ​ເດັ່ນ​ຂອງ​ພິທີ​ສະ​ເຫຼີ​ມສະຫຼອງ​​ໃນ​ປີ​ນີ້​ ແມ່ນ​ລາຍການສະ​ແດງ​ສິລະ​ປະ ”ທ໋າຍງວຽນຂັບ​ຮ້ອງ​ບົດ​ເພງດ້ຽນບຽນ​” ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 29/4. ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກໍ່​ຈັດ​ຕັ້ງ​ສັບປະດາ​ສາຍຮູບ​ເງົາ ສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​ໄຊຊະນະ​ດ້ຽວບຽນ​ຝູ ​ແຕ່​ວັນ​ທີ 2-8/5 ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ທ້ອງ​ຖີ່​ນ. ພ້ອມ​ນັ້ນ​ແມ່ນ​ງານ​ວາງສະ​ແດງ​ແນະນຳ​ປື້​ມ, ໜັງສື​ພິມ, ​ເອກະສານ​ກ່ຽວ​ກັບ​ທ້າຍ​ງວຽນ ​ແລະ ​ໄຊຊະນະປະຫວັດສາດ​ດ້ຽນບຽນ​ຝູ.

 

ຂ່າວ/ບົດ​ອື່ນ