ທ໋າຍບິ່ງສຸມໃສ່ພັດທະນາກະສິກຳ

ທ໋າຍບິ່ງສຸມໃສ່ພັດທະນາກະສິກຳ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ທ໋າຍ​ບິ່ງ)


(vovworld) - ​​ ​​ຕອ​ນ​ເຊົ້າ​ວັນ​ທີ 08/08, ຢູ່​ນະ​ຄອນ​ທ໋າຍ​ບິ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ທ໋າຍ​ບິ່ງ. ສະ​ຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ຈະ​ໜູນ​ຊ່ວຍ​ຢ່າງ​ທັນ​ການ ເພື່ອ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊາ​ຊົນ ທ໋າຍ​ບິ່ງ ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ ແລະ ຟື້ນ​ຟູ​ການ​ຜະ​ລິດ​ພາຍ​ຫຼັງລູກ​ພະ​ຍຸ​ຜ່ານ​ມາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ສະ​ເໜີ​ໃຫ້​ແຂວງ ສືບ​ຕ​ໍ່​ຍູ້​ແຮງ​ການຫັນ​ປ່ຽນ​​ອົງ​ປະ​ກອບການ​ຜະ​ລິດ​ກະ​ສິ​ກຳ, ຕິດ​ພັນ​ກັບ​ການ​ຮັບ​ມື້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ, ; ນ​ຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະ​ລິດ​ຢ່າງ​ແຮງ.

        ແລະ​ໃນ​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​​ການ​ຮ່ວມ​ມືລະ​ຫວ່າງ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ທ໋າຍ​ບິ່ງ ກ່ຽວ​ກັບ​ການ​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄ​ຫວ​ຂອງວິ​ສາ​ຫະ​ກິດ​ໃນ​ບໍ​ລິ​ເວນ​ແຂວງ ທ໋າຍ​ບິ່ງ. 

ຂ່າວ/ບົດ​ອື່ນ