ທ້າຍ​ປີ 2020, ຫວຽດ​ນາມ​ຈະ​ຫຼຸດ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ລົງຕາມມາດ​ຖ​ານ ຫຼາຍ​ທາງໃຫ້​ເຫຼືອພຽງ​ແຕ່ 2,75%

(VOVWORLD) - ເຖິງວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນຂອງໂລກກ່ຽວກັບການຫຼຸດຜ່ອນຄວາມທຸກຍາກກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີຖືວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງຈາກໄພທຳມະຊາດ, ໂລກລະບາດ ເຊິ່ງເຮັດໃຫ້ຜູ້ທຸກຍາກກັບມາທຸກຍາກຄືນໃໝ່ຢູ່ໃນອັດຕາສ່ວນສູງ.

ທ້າຍ​ປີ 2020, ຫວຽດ​ນາມ​ຈະ​ຫຼຸດ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ລົງຕາມມາດ​ຖ​ານ ຫຼາຍ​ທາງໃຫ້​ເຫຼືອພຽງ​ແຕ່ 2,75% - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ

(ພາບ: VGP)

ຕອນເຊົ້າວັນທີ 11 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍທົ່ວປະເທດ ສະຫຼຸບວຽກງານຫຼຸດຜ່ອນຄວາມທຸກຍາກໄລຍະ 2016 – 2020. ເຂົ້າຮ່ວມກອງປະຊຸມຍັງມີທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳສູນກາງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2016 - 2020. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ, ກ່ອນອື່ນໝົດຕ້ອງຄົ້ນຄວ້າສະເໜີຕໍ່ພັກ, ລັດ ປະກາດໃຊ້ບັນດານະໂຍບາຍໃຫ້ຕິດແທດກັບສະພາບຕົວຈິງກວ່າ, ມີລັກສະນະກຳນົດທິດຍຸດທະສາດ ແລະ ວິໄສສັດຍາວໄກ ເພື່ອປະຕິບັດເປົ້າໝາຍ “ປະເທດຫວຽດນາມ ບໍ່ອຶດຫິວທຸກຍາກ” ໃນປີ 2045. ເຖິງວ່າ ຫວຽດນາມ ແມ່ນຈຸດພົ້ນເດັ່ນຂອງໂລກກ່ຽວກັບການຫຼຸດຜ່ອນຄວາມທຸກຍາກກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີຖືວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງຈາກໄພທຳມະຊາດ, ໂລກລະບາດ ເຊິ່ງເຮັດໃຫ້ຜູ້ທຸກຍາກກັບມາທຸກຍາກຄືນໃໝ່ຢູ່ໃນອັດຕາສ່ວນສູງ.

        ກ່ຽວກັບໜ້າທີ່ລະອຽດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ໄດ້ຊີ້ນຳວ່າ.

        “ເພື່ອປະຕິບັດໜ້າທີ່ຄວາມຮັບຜິດຊອບຕໍ່ຜູ້ທຸກຍາກ, ຂ້າພະເຈົ້າສະເໜີໃຫ້ທົ່ວປະເທດຜັນຂະຫຍາຍຂະບວນການໃໝ່: ແຕ່ລະຕາແສງ, ບ້ານ ສ້າງຮູບແບບຫຼຸດຜ່ອນຄວາມທຸກຍາກດີເດັ່ນໃຫ້ເໝາະສົມກັບທ້ອງຖິ່ນຂອງຕົນ, ດ້ວຍວິທີເຮັດຢ່າງມີຫົວຄິດປະດິດສ້າງກວ່າອີກ. ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງແມ່ນເລີ່ມຈາກເດັກນ້ອຍ, ຄວນເອົາໃຈໃສ່ເປັນພິເສດເຖິງແຫຼ່ງຊັບພະຍາກອນມະນຸດ. ຄວນປຸກລະດົມ ຂະບວນການແຂ່ງຂັນປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢ່າງມີຫົວຄິດປະດິດສ້າງ, ແທດຈິງກວ່າ”.

 ຕາມບົດລາຍງານທີ່ສະເໜີຢູ່ກອງປະຊຸມແລ້ວ, ຄາດຄະເນວ່າຮອດທ້າຍປີນີ້, ອັດຕາຄອບຄົວທຸກຍາກໃນທົ່ວປະເທດຈະຍັງເຫຼືອພຽງແຕ່ 2,75%. ດັ່ງນັ້ນ ພາຍຫຼັງການປະຕິບັດມາເປັນເວລາ 5 ປີ, ສະເລ່ຍແຕ່ລະປີແມ່ນຫຼຸດລົງ 1,43%, ບັນລຸຄາດໝາຍສະພາແຫ່ງຊາດວາງອອກ. ຕາມການຕີລາຄາລວມ, ສະພາແຫ່ງຊາດ, ລັດຖະບານ ໄດ້ໃຫ້ບຸລິມະສິດ,ລົງທຶນເພື່ອປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໄລຍະ 2016 – 2020, ສ້າງເງື່ອນໄຂໜູນຊ່ວຍຄົນທຸກຍາກຍົກສູງລາຍຮັບ, ສຳຜັດກັບບັນດາການບໍລິການສັງຄົມທີ່ເປັນພື້ນຖານໄດ້ເປັນຢ່າງດີກ່ວາຄື ສາທາລະນະສຸກ, ການສຶກສາ, ເຮືອນຢູ່, ນ້ຳສະອາດ, ຂໍ້ມູນຂ່າວສານ. ມາຮອດປັດຈຸບັນ, ມີ 8 ໃນຈຳນວນ 64 ເມືອງທຸກຍາກ ໄດ້ຫຼຸດພົ້ນອອກຈາກສະພາບການປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ຄາດວ່າໝົດປີນີ້ ຈະມີ 32 ເມືອງຫຼຸດພົ້ນອອກຈາກຄວາມທຸກຍາກ, ບັນລຸຄາດໝາຍວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ