ທ່ານ Hamnoon Hussain ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ປາກິດສຖານ

ທ່ານ Hamnoon Hussain ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ປາກິດສຖານ - ảnh 1
ທ່ານ Hamnoon Hussain ​ໄດ້​ຮັບ​ເລື​ອກ​ຕັ້ງ​ເປັນ​ປະທານາທິບໍດີ ປາ​ກິດສຖານ
(ພາບອີນເຕີແນດ)


(vovworld) - ຕອນ​ຄໍ່າ​ວັນ​ທີ 30/07, ຄະນະ​ກຳມະການ​ເລື​ອກຕັ້ງ ​ປາ​ກິດສຖານ (ECP) ​ໄດ້​ປະກາດ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ກຳ​ອຳນາດ​ສະຫະພັນ​ມຸດ​ສະ​ລິ​ມ ປາ​ກິດສຖານ (PML - N) ທ່ານ Hamnoon Hussain ​ໄດ້​ຮັບ​ເລື​ອກ​ຕັ້ງ​ເປັນ​ປະທານາທິບໍດີຜູ້ທີ 12 ຂອງ​ປະ​ເທດ​ນີ້. ໝາກຜົນ​ຂອງ​ການ​ນັບ​ບັດ​ເລືອກ​ຕັ້ງ​​​ໃຫ້​ເຫັນ​ວ່າ ທ່ານ Hussain ຍາດ​ໄດ້ບັດ​​ເລືອກ​ຕັ້ງ 432 ບັດ, ​ໃນ​ຂະນະ​ທີ່​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ PTI, ພັກ​ໃຫຍ່​ອັນ​ດັບ 3 ​ໃນ​ສະພາ​ແຫ່ງ​ຊາດ ​ແມ່ນ​ອະດີດ​ຜູ້​ພິພາກສາ​ສານ​ສູງ​ສຸດ​ປາ​ກິດສຖານ ທ່ານ Wajihuddin Ahmed ຍາດ​ໄດ້​ພຽງ 77 ບັດ​ເທົ່າ​ນັ້ນ. ຄາດ​ວ່າ ທ່ານ Hussain ຈະຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 9 ກັນຍາ.

        ນີ​້ແມ່ນ​ໄຊຊະນະ​ສຳຄັນ​ຕໍ່​ໄປຂອງ​ພັກ PML – N ກຳ​ອຳນາດພາຍຫຼັງ​ໄຊຊະນະ ໃນການ​ເລືອກ​ຕັ້ງ​ຄັ້ງ​ໃຫຍ່​ເມື່ອ​ເດືອນ​ພຶດສະພາ ຜ່ານ​ມາ, ພັກ PML – N ຂອງ​ທ່ານ​ນາຍົກລັດຖະມົນຕີ Sharif ຍາດ​ໄດ້​ທີ່​ນັ່ງ​​ສ່ວນ​ຫຼາຍໃນ​ສະພາ​ແຫ່ງ​ຊາດ ກໍ​ຄື​ສະພາ​ນິຕິ​ບັດ​ຍັດ​ແຂວງ Punjab ​ແຂວງ​ທີ່​ມີ​ຈຳ​ນວນ​ປະຊາກອນ​ຫຼາຍ​ກວ່າ​ໝູ່​ຢູ່​ປາກິດສຖານ.
ຂ່າວ/ບົດ​ອື່ນ