ທ່ານ Le Hong Anh ຜູ້ປະຈຳການ ຄະນະເລຂາສູນກາງພັກ ເຮັດວຽກຢູ່ແຂວງ ຮ່າຢາງ

ທ່ານ Le Hong Anh ຜູ້ປະຈຳການ ຄະນະເລຂາສູນກາງພັກ ເຮັດວຽກຢູ່ແຂວງ ຮ່າຢາງ - ảnh 1

ທ່ານ Le Hong Anh ຜູ້​ປະຈຳ​ການຄະນະ​ເລຂາສູນ​ກາງ​ພັກ ​ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ
(ພາບ: TTXVN)

(vovworld) -     ວັນ​ທີ 17/10, ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກວດກາ​ການ​ນຳພາ, ຊີ້​ນຳ​ປະຕິບັດ​ຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ເລື່​ອງ “ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດຂອງ​ປະທານ​ໂຮ່ຈິ​ມິນ” ​ໄ​ດ້ມີ​ການ​ເຮັດວຽກ​ຢູ່​ແຂວງ​ຮ່າ​ຢາງ. ພາຍຫຼັງ​ຮັບ​ຟັງການ​ລາຍ​ງານ​ຂອງ​ການ​ນຳ​ແຂວງ​ຮ່າ​ຢາງ, ທ່ານ Le Hong Anh ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ເຊິ່ງອົງຄະ​ນະ​ພັກ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ຢູ່ຮ່າ​ຢາງ ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ, ກໍ່ສ້າງ​ຊົນນະບົດ​ໃໝ່, ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ປອດ​ໄພ​​ໃນ​ບໍລິ​ເວນ​ເຂດ​ຊາຍ​ແດນ… ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 3, ທ່ານ ​Le Hong Anh ​ໄດ້​ຮັບ​ຮູ້​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ວຽກ​ງານ​ກໍ​ຄື​ບາງ​ວິທີ​ປະຕິບັດ​ທີ່ດີ, ຮູບ​ແບບ​ດີ​ເດັ່ນ, ​ແບບຢ່າງ​ດີ​ເດັ່ນ​ກ້າວໜ້າ​ໃນ​ການ​ຍູ້​ແຮງ​ການ​ປະຕິບັດ ​ແລະ ຮໍ່າຮຽນ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ຢູ່​ແຂວງ​ຮ່າ​ຢາງ. ທ່ານ​ Le Hong Anh ​ໄດ້​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ຮ່າ​ຢາງ ຄວນ​ສຸມ​ໃສ່​ຊີ້​ນຳ​​ແຜນກາ​ນພັດທະນາ​ເສດຖະກິດ​ສັງຄົມ​ປີ 2012 ຢ່າງ​ມີ​ໄຊ; ສືບ​ຕໍ່​ປະຕິບັດ​ການ​ຕຳນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕຳ​ຊົນ​ກັນ​ໃນ​ທົ່ວ​ອົງຄະ​ນະ​ພັກ. ​ໃນ​ການ​ປະຕິບັດ​ມະຕິ​ເລກທີ 3, ຄວນ​ສຸມ​ໃສ່​ກໍ່ສ້າງ​ອົງການ​ຈັດ​ຕັ້ງພັກ​ຮາກ​ຖານ​​ຢ່າງ​ເຂັ້ມ​ແຂງ, ສ້າງ​ກຳລັງພາຍ​ໃນສາມັກຄີ, ໝັ້ນຄົງ​ຢູ່​ຂັ້ນ​ຮາກ​ຖານ.

ຂ່າວ/ບົດ​ອື່ນ