ທ່ານ Mattarella ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອີຕາລີ ຄືນໃຫມ່

(VOVWORLD) -ວັນທີ 29 ມັງກອນ, ໃນຮອບປ່ອນບັດເລືອກຕັ້ງຄັ້ງທີ 8 ດ້ວຍການເຂົ້າຮ່ວມຂອງສະມາຊິກລັດຖະສະພາ ແລະ ຜູ້ແທນໃນເຂດຂອງສະພາຕ່ຳ ອີຕາລີ, ທ່ານ Sergio Mattarella ໄດ້ລື່ນກາຍລະດັບ 505 ບັດເລືອກຕັ້ງເພື່ອດຳລົງຕຳແຫນ່ງປະທານາທິບໍດີ ອີຕາລີ ຄືນໃຫມ່.

ທ່ານ Mattarella ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອີຕາລີ ຄືນໃຫມ່ - ảnh 1 ທ່ານ Sergio Mattarella ກ່າວຄຳເຫັນພາຍຫລັງໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອີຕາລີ ຄືນໃຫມ່. ພາບ: AFP/TTXVN

ກ່າວຄຳເຫັນທີ່ທຳນຽບປະທານາທິບໍດີ ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາຍຸການທີສອງ, ທ່ານ Sergio Mattarella ຢືນຢັນ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຕອບສະຫນອງຄວາມມຸ່ງມາດປາດຖະຫນາ ແລະ ຄວາມຄາດຫວັງ ຂອງປະຊາຊົນອີຕາລີ. ທ່ານ ກໍ່ໃຫ້ຮູ້ວ່າ ວິກິດການໂລກລະບາດໂຄວິດ 19 ພ້ອມກັບສິ່ງທ້າທາຍກ່ຽວກັບເສດຖະກິດ ສັງຄົມ ຊື່ງ ອີຕາລີ ພວມປະເຊີນຫນ້າ ແມ່ນສາຍເຫດເລັ່ງລັດທ່ານ ຍອມຮັບຄຳສະເຫນີຂອງສະພາແຫ່ງຊາດປະເທດນີ້ ເພື່ອສືບຕໍ່ຮັບດຳລົງຕຳແຫນ່ງປະມຸກລັດ.

ຕອບກັບ

ຂ່າວ/ບົດ​ອື່ນ