ທ່ານ Nguyen Sinh Hung ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ແຂວງ Hung Yen

ທ່ານ Nguyen Sinh Hung ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ແຂວງ Hung Yen - ảnh 1

(ພາບປະກອບ)

(VOV)- ​ໃນ​ບັນຍາກາດ​ທົ່ວ​ປະ​ເທດສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ​ຫວຽດນາມ (18/11/1930-18/11/2012), ​ຕອນ​ເຊົ້າວັນ​ທີ 18/11, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຂົ້າຮ່ວມ​ວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ​ຢູ່​​ເຂດ​ຊຸມ​ຊົນ​ບ້ານ Tho Lao, ຕາ​ແສງ Quang Hung, ​ເມືອງ Phu Cu, ແຂວງ Hung Yen. ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ປາດ​ຖະໜາ​ວ່າ​ປະຊາຊົນເຂດ​ຊຸມ​ຊົນ​ບ້ານ Tho Lao ກໍ່​ຄື​ເຂດຊຸມ​ຊົນ​ອື່ນໆ​ໃນ​ແຂວງ Hung Yen ​ແລະ ທົ່ວ​ປະ​ເທດ​ຈະ​ສ້າງ​ນ້ຳ​ໃຈ​ສາມັກຄີ, ຮ່ວງ​ແຮງ​ຮ່ວມ​ໃຈ​ລົບ​ລ້າງ​ຄວາມ​ອຶດ​ຫິ​ວ, ຫລຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ-​ສັງຄົມ.

   ​ໃນ​ຊຸມ​ມື້​ນີ້, ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ກໍ່​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ຢ່າງ​ແທດ​ຈິງ​​ເພື່ອສະ​ເຫຼີ​ມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ​ຫວຽດນາມ (18/11/1930-18/11/2012). ການ​ນຳ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ໄປ​ຢື້​ຢາມ​ຖາມ​ຂ່າວ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອ​ບຄົວ​ທຸກ​ຍາກ ​ແລະ ພົບ​ປະ​ກັບ​ບັນດາ​ພະນັກງານ, ຜູ້ນຳ​ຂອງ​ແນວ​ໂຮມ​ໃນ​ໄລຍະ​ຕ່າງໆ. ຢູ່​ແຂວງ​ເງະ​ອານ, ​ເຂດ​ຊຸມ​ຊົນ​ທັງ​ໝົດ​ໃນ​ບໍລະ​ເວນ​ແຂວງ​ລ້ວນ​ແຕ່​ໄດ້​ຈັດຕັ້ງວັນ​ບຸນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນທັງ​ຊາດ​ເຊັ່ນ​ດຽວ​ກັນ. ທ່ານ Vuong Quang Minh ຫົວໜ້າ​ຫ້ອງ​ວ່າການ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ແຂວງ​ເງະ​ອານ ຊີ້​ແຈງ​ວ່າ:

   “​ເພື່ອ​ຜັນ​ຂະຫຍາຍ​ບັ້ນຂົນຂວາຍ​ນີ້ໃຫ້​ເປັນ​ຢ່າງ​ດີ, ​ແຂວງ​ເງະ​ອານ​ ໄດ້ປະຕິບັດ​ບັ້ນຂົນຂວາ​ຍທົ່ວ​ປວງ​ຊົນ​ສາມັກຄີ​ກັນ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ​ພ້ອມ​ກັບ​ການ​ປະຕິບັດ​ບັນດາ​ຄາດໝາຍ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ມີ​ຫຼາຍ​ຕາ​ແສງ​ສ້າງ​ໄດ້​ແບບ​ແຜນການ​ດຳລົງ​ຊີວິດ​ສີວິ​ໄລ​ໃນ​ພິທີ​ງານ​ດອງ, ງານ​ສົບ, ຮູບ​ແບບ​ຂົນ​ຂວາຍ​ປະຊາຊົນ​ເກັ່ງ….​ປະກອບສ່ວນ​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

 

ຂ່າວ/ບົດ​ອື່ນ